ສໍາມະນາການຂຽນຄາດໝາຍຜົນການຮຽນໄປຕາມທິດທາງການສຶກສາທີ່ເນັ້ນຜົນໄດ້ຮັບ (Outcomes Based Education-OBE)

ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ທີ່ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຈັດການສໍາມະນາການຂຽນຄາດໝາຍຜົນການຮຽນໄປຕາມທິດທາງການສຶກສາທີ່ເນັ້ນຜົນໄດ້ຮັບ Outcomes Based Education-OBE ໂດຍການເປັນປະທານຂອງທ່ານ ຮສ ປອ ນາງ ແສງຈັນ ຈັນທະເສນ ຮອງອໍານວຍການ ສະຖາບັນ ເຕັກໂນໂລຊີ ສຸດສະກະ ແລະ ໃຫ້ກຽດໃນການບັນຍາຍໂດຍ ທ່ານ ອຈ ປອ ທະນົງສັກ ດວງດາລາ ຮອງຫົວໜ້າຫ້ອງການວິຊາການ ມະຫາວິທະຍາໄລແຫ່ງຊາດ ເຫັນໄດ້ວ່າມີບັນຍາກາດທີ່ສຸດຈະມີຄວາມໝາຍຄວາມສໍາຄັນເນື່ອງຈາກຈະເປັນການກຽມຄວາມພ້ອມໃຫ້ແກ່ບັນດາຄູ-ອາຈານເພື່ອຮັບໃຊ້ການເປີດການຮຽນການສອນໃນແຕ່ລະສາຂາວິຊາໃຫ້ໄດ້ຮັບໝາກຜົນທີ່ຈົບງາມ ໃນງານຂອງພວກເຮົາແມ່ນໄດ້ຈັດຂຶ້ນທັງສອງຮູບແບບທັງ ອອນລາຍ ແລະ ຕົວຈິງນັ້ນເອງ. ຂໍຂອບໃຈມາຍັງວິທະຍາກອນ ກໍ່ຄືທ່ານ ທ່ານ ອຈ ປອ ທະນົງສັກ ດວງດາລາ ທີ່ໃກ້ກຽດມາບັນຍາຍ ແລະ ສະຫຼະເວລາອັນມີຄ່າຂອງທ່ານໃຫ້ກັບພວກເຮົາ ຂໍອວຍພອນໄຊໃຫ້ທ່ານ ແລະ ອາຈານທີ່ເຂົ້າຮ່ວມໃນຄັ້ງນີ້ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນວຽກງານມີຄວາມສຸກກາຍສຸກໃຈທຸກປະການດ້ວຍເຖີນ ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່: ສະຖາບັນ ເຕັກໂນໂລຊີ ສຸດສະກະ, ບ້ານ ໂພນພະເນົາ,…

ໃນວັນທີ 19 ກໍລະກົດ 2022 ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ເຂົ້າຮ່ວມກອງປະຊຸມ

ໃນວັນທີ 19 ກໍລະກົດ 2022 ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການສຶກສາຊັ້ນສູງ ສະບັບເລກທີ 87/ສພຊ ລົງວັນທີ 11 ພະຈິກ 2020 ທີ່ ມະຫາວິທະຍາໄລແຫ່ງຊາດ. ສະຖາບັນ ເຕັກໂນໂລຊີ ສຸດສະກະ, ບ້ານ ໂພນພະເນົາ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ ຫຼື ຕິດຕໍ່ພົວພັນທາງເບີ: 021 755222 / 021 755333 WhatsApps: 020 9892 3548

ຄະນະອາຈານ ສະຖາບັນ ເຕັກໂນໂລຊີ ສຸດສະກະ ຂື້ນຮັບໃບຍ້ອງຍໍ ຈາກ ກະຊວງສຶກສາທິການ ແລະ ກິລາ

ວັນທີ 16 ກໍລະກົດ ປີ 2022, ຄະນະອາຈານ ສະຖາບັນ ເຕັກໂນໂລຊີ ສຸດສະກະ ຂື້ນຮັບໃບຍ້ອງຍໍ ຈາກ ກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະໜຸນການແຂ່ງຂັນ ກິລາຄົນພິການ ອາຊຽນ ພາຣາເກມ ຄັ້ງທີ XI ທີ່ ປະເທດ ອິນໂດເນເຊຍ ວັນທີ 30 ກໍລະກົດ ຫາ 06 ສິງຫາ 2022.

ສະຖາບັນໄດ້ປະກອບສ່ວນຊຸກຍູ້ການຝຶກຊ້ອມຂອງຄະນະນັກກິລາຄົນພິການທີມຊາດລາວ

ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ປະກອບສ່ວນຊຸກຍູ້ການຝຶກຊ້ອມຂອງຄະນະນັກກິລາຄົນພິການທີມຊາດລາວ ທີ່ກຽມຈະເຂົ້າຮ່ວມການແຂ່ງຂັນກິລາອາຊ້ຽນ ພາຣາເກມ ຄັ້ງທີ 6 ປີ 2022 ທີ່ນະຄອນ Solo ປະເທດອິນໂດເນເຊຍ.

ໃນຕອນບ່າຍ ຂອງວັນທີ 11 ກໍລະກົດ 2022 ທີ່ ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຈັດກອງປະຊຸມ

ການປະເມີນຄວາມພ້ອມດ້ານຕ່າງໆ ຂອງສະຖາບັນ ເຕັກໂນໂລຊີ ສຸດສະກະ ຂຶ້ນເປັນສະຖາບັນສົມບູນ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ຫຼ້າວັນ ວົງຄໍາສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ຮ່ວມດ້ວຍທ່ານ ປທ ນາງ ວັນຄໍາ ສຸລິຍາ ອໍານວຍການ ສະຖາບັນ ເຕັກໂນໂລຊີ ສຸດສະກະ ພ້ອມດຽວກັນນັ້ນ ກໍ່ໄດ້ມີບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຄູ-ອາຈານພາຍໃນສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວແມ່ນມີຈຸດປະສົງເພື່ອປະເມີນຄວາມພ້ອມຂອງສະຖາບັນ ຂຶ້ນເປັນສະຖາບັນສົມບູນ ທີ່ເຕັມໄປດ້ວຍເນື້ອໃນຄົບຖ້ວນ ແລະ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ມີບັນຍາການອັນຟົດພື້ນ ຕ້ອງຂໍຂອບໃຈທາງຄະນະປະເມີນຈາກກະຊວງສຶກສາທິການ ແລະ ກິລາ ທີ່ເຫັນໄດ້ເຖິງຄວາມສໍາຄັນໃນການຈັດຕັ້ງປະຕິບັດໃນຄັ້ງນີ້. ຂໍອວຍພອນໄຊໃຫ້ບັນດາທ່ານ ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສໍາເລັດໃນວຽກງານດ້ວຍເຖີນ. ສະຖາບັນເຕັກໂນໂລຊີສຸດສະກະ, ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ 021 755222 / 021 755333 WhatsApp: 020 98923548

ຄະນະຊາວໜຸ່ມສະຖາບັນ ເຕັກໂນໂລຊີ ສຸດສະກະ ອອກກິດຈະກຳຕັ້ງຄ້າຍຝຶກອົບຮົມ ການເປັນຜູ້ນໍາພາ

ຄະນະຊາວໜຸ່ມສະຖາບັນ ເຕັກໂນໂລຊີ ສຸດສະກະ ອອກກິດຈະກຳຕັ້ງຄ້າຍຝຶກອົບຮົມ ການເປັນຜູ້ນໍາພາ, ການເຮັດວຽກເປັນທີມ ແລະ ທັກສະການສື່ສານ ທີ່ວັງວຽງ ແຂວງວຽງຈັນ ຄັ້ງວັນທີ 8-10/7/2022 #ຕັ້ງຄ້າຍຊາວໜຸ່ມ #SIT ສະຖາບັນເຕັກໂນໂລຊີສຸດສະກະ, ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ 021 900337-8 WhatsApp: 020 98923548

ວັນທີ 30 ມີນາ 2022 ສະຖາບັນໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານຫຼັກສູດແຫ່ງຊາດ ສະບັບປັບປຸງ.

#ສຸດສະກະ ສະຖາບັນເຕັກໂນໂລຊີສຸດສະກະ, ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ 021 900337-8 WhatsApp: 020 98923548

ໃກ້ຈະເສັງແລ້ວໃຫ້ພາກັນຕັ້ງໃຈເບິ່ງບົດຮຽນເດີ 📝

#ສຸດສະກະ ສະຖາບັນເຕັກໂນໂລຊີສຸດສະກະ, ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ 021 900337-8 WhatsApp: 020 98923548

ການປະເມີນການເປີດການຮຽນ-ການສອນຄືນໃຫມ່ ຂອງສະຖາບັນ ເຕັກໂນໂລຊີ ສຸດສະກະ

ຂໍຂອບໃຈ ມາຍັງຄະນະສະເພາະກິດ ນະຄອນຫຼວງ ວຽງຈັນ ທີ່ໄດ້ລົງມາປະເມີນ ລາຍລະອຽດການປະຕິບັດຕາມ 10 ມາດຕະຖານ ປ້ອງກັນ COVID-19 ໃນສະຖານການສຶກສາ ໃຫ້ມີຄວາມປອດໄພ ຄັ້ງວັນທີ 11 ມັງກອນ 2022 ແລະ ພ້ອມທີ່ຈະເປີດການຮຽນ-ການສອນໃນໄວໆນີ້. #ສຸດສະກະ ສະຖາບັນເຕັກໂນໂລຊີສຸດສະກະ, ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ 021 900337-8 WhatsApp: 020 98923548