ການເດີນທາງໄປເຂົ້າຮ່ວມກິດຈະກຳ Intercultural Expedition Camp ທີ່ມະຫາວິທະຍາໄລທັກສິນ

ຄະນະອາຈານແລະ ນັກສຶກສາເດີນທາງໄປເຂົ້າຮ່ວມກິດຈະກຳ Intercultural Expedition Camp ທີ່ມະຫາວິທະຍາໄລທັກສິນ, ປະເທດໄທ ໃນລະຫວ່າງວັນທີ 7-14/2/2018 ເດີນທາງປອດໄພເດີ້ ຫມົດທຸດຄົນ… 😉😉

ກິດຈະກຳອ້າຍເອື້ອຍສອນນ້ອງຖ່າຍພາບເບື້ອງຕົ້ນ ທີ່ ມສ ເມືອງນານ

ກິດຈະກຳອ້າຍເອື້ອຍສອນນ້ອງຖ່າຍພາບເບື້ອງຕົ້ນ ທີ່ ມສ ເມືອງນານ ໃນຕອນເຊົ້າ ໄດ້ຮັບການຕ້ອນຮັບເປັນດີແລະອົບອຸ່ນຈາກ ນັກສຶກສາ ແລະ ອາຈານ (ທີ່ເມືອງນານ ອາກາດຫນາວທີ່ສຸດ ກນາວກະດູກເລີຍ)

ກິດຈະກຳຈິດອາສາ ອ້າຍ-ເອື້ອຍສອນນ້ອງຄັ້ງທີ່ 1 ທີ່ໂຮງຮຽນ ມັດທະຍົມສົມບູນສາທິດ

ນັກສຶກສາຂານິເທກສາດ ລົງເຮັດກິດຈະກຳຈິດອາສາ ອ້າຍ-ເອື້ອຍສອນນ້ອງຄັ້ງທີ່ 1 ທີ່ໂຮງຮຽນ ມັດທະຍົມສົມບູນສາທິດ ໃນວັນທີ 11 ເດືອນມັງກອນ 2018 ຂໍຂອບໃຈ ໂຮງຮຽນ ມັດທະຍົມສົມບູນສາທິດ ທີ່ເປີດໂອກາດໃຫ້ນັກສຶກສານິເທດສາດໄດ້ລົງເຮັດກິດຈະກຳໃນຄັ້ງນີ້  

ງານລ້ຽງສົ່ງທ້າຍປີເກົ່າ ຕ້ອນຮັບໃຫມ່ 2018

ຂໍເຊີນນັກສຶກສາ ວິທະຍາໄລ ສຸດສະກະ ເຂົ້າຮ່ວມງານລ້ຽງສົ່ງທ້າຍປີເກົ່າ ຕ້ອນຮັບໃຫມ່ 2018 ທີ່ຈະມາເຖິງນີ້, ໃນວັນທີ 29 ທັນວາ 2017, ເລີ່ມແຕ່ເວລາ 18:00 ເປັນຕົ້ນໄປ.. #ມີລາຍການສະແດງຕ່າງ #ປະກວດແຕ່ງກາຍດີເດັ່ນ #ແລກຂອງຂວັນ #ຈັບສະຫລາກຂອງວັນ ແລ້ວພົບກັນໃນມື້ງານ.. 😉😉😉

ກິດຈະກຳ “ອ້າຍເອື້ອຍສອນນ້ອງໃຊ້ກ້ອງຖ່າຍພາບພື້ນຖານ ຄັ້ງທີ່ 1”

ອາຈານແລະ ນັກສຶກສາ ວິທະຍາໄລ ສຸດສະກະ ສາຂານິເທດສາດ ໄດ້ລົງເຮັດກິດຈະກຳກັບນ້ອງນັກຮຽນທີ່ ມສ ວຽງຈັນ ໃນຫົວຂໍ້ “ອ້າຍເອື້ອຍສອນນ້ອງໃຊ້ກ້ອງຖ່າຍພາບພື້ນຖານ ຄັ້ງທີ່ 1” ວັນທີ 8 ທັນວາ 2017.

ການລົງໂຄສະນາ ປູກຈິດສໍານຶກ ຈາກ ສູນກາງ ຊປປລ ກົມຂະບວນການ

ການລົງໂຄສະນາ ປູກຈິດສໍານຶກ ໃຫ້ແກ່ຊາວໜຸ່ມ-ນັກສຶກສາ ກ່ຽວກັບການຂັບຂີ່ປອດໄພຕາມທ້ອງຖະໜົນ ຈາກ ສູນກາງ ຊປປລ ກົມຂະບວນການ, ຄັ້ງວັນທີ 23 ພະຈິກ 2017, ທີ່ວິທະຍາໄລ ສຸດສະກະ ຂໍຂອບໃຈມາຍັງ ສູນກາງ ຊປປລ ທີ່ຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບການຂັບຂີ່ໃນທ້ອງຖະໜົນ ໃຫ້ກັບນັກສຶກສາ ວິທະຍາໄລ ສຸດສະກະ.