ຫຼັກສູດຊັ້ນສູງຂອງພາກວິຊາບໍລິຫານທຸລະກິດ ແລະ ເສດຖະສາດ
ພາກວິຊາ ບໍລະຫານທຸລະກິດ ແລະ ເສດຖະສາດ (FBE) ແຍກອອກເປັນ 2 ສາຂາວິຊາ: (1) ສາຂາບໍລິຫານທຸລະກິດ (Higher Diploma in Business Administration) ແລະ (2) ສາຂາການເງິນ-ການທະນະຄານ (Higher Diploma in Finance and Banking) ມີເປົ້າໝາຍ ທີ່ຈະຜະລິດ ຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດ ເພື່ອອອກໄປປະກອບອາຊີບຮັບໃນອົງການລັດ, ຫົວໜ່ວຍທຸລະກິດ, ອົງການສາກົນຕ່າງໆ ແລະ ເປັນຜູ້ປະກອບການ ທີ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບສູງສຸດໂດຍຄຳນຶງເຖິງ ວິວັດທະນາການ ທາງດ້ານສັງຄົມ ເສດຖະກິດ ເທັກໂນໂລຢີ. ດັ່ງນັ້ນ, ພາກວິຊາ ບໍລິຫານທຸລະກິດ ແລະ ເສດຖະສາດ ຈຶ່ງໄດ້ອອກແບບຫຼັກສູດ ໂດຍຄຳນຶງເຖິງປັດໄຈທີ່ກ່າວມາຂ້າງເທິງນີ້ ລວມເຖິງສະພາບການເຄື່ອນໄຫວ ທຸລະກິດ ໃນຍຸກປັດຈຸບັນ ທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ເພື່ອໃຫ້ນັກສຶກສາໄດ້ມີຄວາມເຂົ້າໃຈ ຕໍ່ການດຳເນີນທຸລະກິດ ໃນຍຸກໂລກາພິວັດ ແລະ ມີທັກສະການບໍລິຫານພຽງພໍໃນການປັບຕົນໃຫ້ເຂົ້າກັບສະພາບການປ່ຽນແປງເຫຼົ່ານັ້ນ.
ສາຂາການເງິນ-ການທະນາຄານ
ຫຼັກສູດນີ້ອອກແບບມາເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ກ່ຽວກັບຂະແໜງການການເງິນ ແລະ ການທະນາຄານ ໃນລະດັບສູງ. ນອກນັ້ນ ນັກສຶກສາຍັງຈະໄດ້ລົງເລິກກ່ຽວກັບ ຕະຫຼາດຫຼັກຊັບ, ຜະລິດຕະພັນທາງດ້ານການເງິນປະເພດຕ່າງໆ, ກາສານອານຸພັນ, ເທັກນິກການວິເຄາະທາງດ້ານການເງິນເປັນຕົ້ນ. ຫຼັກສູດນີ້ປະກອບມີທັງ ພາກທິດສະດີ ແລະ ການປະຕິບັດຕົວຈິງ ເຊິ່ງຈະໄດ້ນຳໃຊ້ໂປຣແກຣມຄອມພິວເຕີຕ່າງໆທີ່ກ່ຽວຂ້ອງກັບການເງິນການທະນາຄານ. ນັກສຶກສາທີ່ຮຽນຈົບມີຄວາມຮູ້ທາງດ້ານວິຊາການທີ່ຊ່ວຍໃຫ້ເຂົາເຈົ້າສາມາດເຮັດວຽກສາມາດນຳ: 1) ທະນາຄານທຸລະກິດ, 2) ສະຖາບັນການເງິນປະເພດຕ່າງໆ, 3) ບໍລິສັດຫຼັກຊັບປະເພດຕ່າງໆ (ຊຶ່ງຈະເກີດຂຶ້ນພາຍຫຼັງທີ່ລັດທະບານໄດ້ສ້າງຕັ້ງຕະຫຼາດຫຼັກຊັບລາວ ໃນປີ 2010), 4) ບໍລິສັດປະກັນໄພ, 5) ທະນາຄານກາງ, 6) ພະແນກການເງິນຂອງບໍລິສັດ ແລະ ອົງການຕ່າງໆ.
ການກຳນົດໜ່ວຍກິດເຂົ້າຫຼັກສູດ:
1. ໝວດວິຊາຄວາມຮູ້ທົ່ວໄປ: | 19 ໜ່ວຍກິດ |
2. ໝວດວິຊາພື້ນຖານ: | 48 ໜ່ວຍກິດ |
3. ໝວດວິຊາສະເພາະ: | 42 ໜ່ວຍກິດ |
3.1 ຮຽນຕົວຈິງ | 36 ໜ່ວຍກິດ |
3.2 ຂຽນບົດໂຄງການຈົບຊັ້ນ | 6 ໜ່ວຍກິດ |
4. ໝວດວິຊາເລືອກເສລີ: | 3 ໜ່ວຍກິດ |
ລວມຈໍານວນໜ່ວຍກິດທັງໝົດ: | 112 ໜ່ວຍກິດ |
---|
ໄລຍະເວລາການຮຽນ: | 3 ປີ ຫຼື 6 ພາກຮຽນ |
---|---|
ເງື່ອນໄຂເຂົ້າຮຽນ: | ຜູ້ສະໝັກຕ້ອງຈົບການສຶກສາຊັ້ນມັດທະຍົມຕອນປ່າຍ ຫຼື ທຽບເທົ່າ. |
ໂຄງສ້າງຫຼັກສູດ