ການປະເມີນຄວາມພ້ອມດ້ານຕ່າງໆ ຂອງສະຖາບັນ ເຕັກໂນໂລຊີ ສຸດສະກະ ຂຶ້ນເປັນສະຖາບັນສົມບູນ ໃຫ້ກຽດເປັນປະທານໂດຍ ທ່ານ ຮສ ປອ ຫຼ້າວັນ ວົງຄໍາສານ ຮອງຫົວໜ້າກົມການສຶກສາຊັ້ນສູງ ຮ່ວມດ້ວຍທ່ານ ປທ ນາງ ວັນຄໍາ ສຸລິຍາ ອໍານວຍການ ສະຖາບັນ ເຕັກໂນໂລຊີ ສຸດສະກະ ພ້ອມດຽວກັນນັ້ນ ກໍ່ໄດ້ມີບັນດາ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຄູ-ອາຈານພາຍໃນສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ, ພິທີດັ່ງກ່າວແມ່ນມີຈຸດປະສົງເພື່ອປະເມີນຄວາມພ້ອມຂອງສະຖາບັນ ຂຶ້ນເປັນສະຖາບັນສົມບູນ ທີ່ເຕັມໄປດ້ວຍເນື້ອໃນຄົບຖ້ວນ ແລະ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ມີບັນຍາການອັນຟົດພື້ນ ຕ້ອງຂໍຂອບໃຈທາງຄະນະປະເມີນຈາກກະຊວງສຶກສາທິການ ແລະ ກິລາ ທີ່ເຫັນໄດ້ເຖິງຄວາມສໍາຄັນໃນການຈັດຕັ້ງປະຕິບັດໃນຄັ້ງນີ້. ຂໍອວຍພອນໄຊໃຫ້ບັນດາທ່ານ ຈົ່ງມີສຸຂະພາບທີ່ເຂັ້ມແຂງ, ສໍາເລັດໃນວຽກງານດ້ວຍເຖີນ. ສະຖາບັນເຕັກໂນໂລຊີສຸດສະກະ, ບ້ານໂພນພະເນົາ,ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ 021 755222 / 021 755333 WhatsApp: 020 98923548