ຫຼັກສູດຊັ້ນສູງຂອງພາກວິຊາບໍລິຫານທຸລະກິດ ແລະ ເສດຖະສາດ
ພາກວິຊາ ບໍລະຫານທຸລະກິດ ແລະ ເສດຖະສາດ (FBE) ແຍກອອກເປັນ 2 ສາຂາວິຊາ: (1) ສາຂາບໍລິຫານທຸລະກິດ (Higher Diploma in Business Administration) ແລະ (2) ສາຂາການເງິນ-ການທະນະຄານ (Higher Diploma in Finance and Banking) ມີເປົ້າໝາຍ ທີ່ຈະຜະລິດ ຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດ ເພື່ອອອກໄປປະກອບອາຊີບຮັບໃນອົງການລັດ, ຫົວໜ່ວຍທຸລະກິດ, ອົງການສາກົນຕ່າງໆ ແລະ ເປັນຜູ້ປະກອບການ ທີ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢ່າງປະສິດທິພາບສູງສຸດໂດຍຄຳນຶງເຖິງ ວິວັດທະນະການ ທາງດ້ານສັງຄົມ ເສດຖະກິດ ເທັກໂນໂລຢີ. ດັ່ງນັ້ນ, ພາກວິຊາ ບໍລິຫານທຸລະກິດ ແລະ ເສດຖະສາດ ຈຶ່ງໄດ້ອອກແບບຫຼັກສູດ ໂດຍຄຳນຶງເຖິງປັດໄຈທີ່ກ່າວມາຂ້າງເທິງນີ້ ລວມເຖິງສະພາບການເຄື່ອນໄຫວທຸລະກິດ ໃນຍຸກປັດຈຸບັນ ທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ເພື່ອໃຫ້ນັກສຶກສາໄດ້ມີຄວາມເຂົ້າໃຈຕໍ່ການດຳເນີນທຸລະກິດ ໃນຍຸກໂລກາພິວັດ ແລະ ມີທັກສະການບໍລິຫານພຽງພໍໃນການປັບຕົນໃຫ້ເຂົ້າກັບສະພາບການປ່ຽນແປງເຫຼົ່ານັ້ນ.
ສາຂາບໍລິຫານທຸລະກິດ
ສາຂາບໍລິຫານທຸລະກິດນີ້ມີເປົ້າໝາຍເພື່ອພັດທະນາ ນັກສຶກສາໃຫ້ມີຄວາມຮູ້ຄວາມສາມາດດ້ານການບໍລິຫານ ແລະ ຄວາມຮູ້ດ້ານອື່ນໆທີ່ສຳຄັນ ໂດຍນັກສຶກສາຈະໄດ້ຮຽນທິດສະດີ ຄຽງຄູ່ກັບການປະຕິບັດຕົວຈິງ ເຊິ່ງຈະເຮັດໃຫ້ນັກສຶກສາມີຄວາມຮູ້ທີ່ພຽບພ້ອມທາງດ້ານການບໍລິຫານທຸລະກິດທີ່ມີການປ່ຽນແປງຕາມກະແສການປ່ຽນແປງຂອງເສດຖະກິດພາຍໃນ ແລະ ສາກົນ. ຫຼັກສູດນີ້ອອກແບບມາເພື່ອຝຶກໃຫ້ນັກສຶກສາມີທັກສະ ແລະ ເຕັກນິກການບໍລິຫານ, ມີພາວະຜູ້ນຳ, ທັກສະດ້ານຈິດຕະວິທະຍາ ແລະ ທັກສະການພົວພັນກັບບຸກຄົນອື່ນ ພ້ອມກັບມີວິນຍານຂອງນັກທຸລະກິດ ຫຼື ຜູ້ປະກອບການ ເຊິ່ງຄຸນລັກສະນະເຫຼົ່ານີ້ແມ່ນມີຄວາມຈໍາເປັນໃນການເຮັດວຽກໃນຕໍາແໜ່ງຝ່າຍບໍລິຫານຂອງອົງການຕ່າງໆ. ໃນຫຼັກສູດດັ່ງກ່າວນີ້, ນັກສຶກສາຈະໄດ້ຮຽນຫຼາຍໆວິຊາທີ່ມີຄວາມຫຼາກຫຼາຍ ເຊິ່ງມີຈໍານວນໜ່ວຍກິດລວມເທົ່າກັບ 112 ໜ່ວຍກິດ. ຕອນທ້າຍຂອງການຮຽນ, ນັກສຶກສາສາມາດເລືອກຮຽນວິຊາທີ່ຕົນມັກ ແລະ ຊຳນານໄດ້ ເຊິ່ງຈະກາຍເປັນຂະແໜງການທີ່ຕົນລົງເລິກ.
ການກຳນົດໜ່ວຍກິດເຂົ້າຫຼັກສູດ:
1. ໝວດວິຊາຄວາມຮູ້ທົ່ວໄປ: | 19 ໜ່ວຍກິດ |
2. ໝວດວິຊາພື້ນຖານຂອງວິຊາສະເພາະ: | 54 ໜ່ວຍກິດ |
3. ໝວດວິຊາສະເພາະ: | 36 ໜ່ວຍກິດ |
3.1 ຮຽນຕົວຈິງ | 30 ໜ່ວຍກິດ |
3.2 ຂຽນບົດໂຄງການຈົບຊັ້ນ | 6 ໜ່ວຍກິດ |
4. ໝວດວິຊາເລືອກເສລີ: | 3 ໜ່ວຍກິດ |
ລວມຈໍານວນໜ່ວຍກິດທັງໝົດ: | 112 ໜ່ວຍກິດ |
---|
ໄລຍະເວລາການຮຽນ: | 3 ປີ ຫຼື 6 ພາກຮຽນ |
---|---|
ເງື່ອນໄຂເຂົ້າຮຽນ: | ຜູ້ສະໝັກຕ້ອງຈົບການສຶກສາຊັ້ນມັດທະຍົມຕອນປາຍ ຫຼື ທຽບເທົ່າ. |
ໂຄງສ້າງຫຼັກສູດ