ພາກວິຊາບໍລິຫານທຸລະກິດ ແລະ ເສດຖະສາດ

ຫຼັກສູດ

- ຫລັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ
- ຫລັກສູດປະລິນຍາຕີ ສາຂາການເງິນ-ການທະນາຄານ

ສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ

ຫຼັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ ເຊິ່ງເປັນໜຶ່ງໃນຂະແໜງການທີ່ສຳຄັນ ຂອງສະຖາບັນ ແລະ ກໍເປັນຂະແໜງການທີ່ຕ້ອງການຂອງຕະຫຼາດແຮງງານ. ປັດຈຸບັນນີ້ ຫົວໜ່ວຍທຸລະກິດພາກລັດ ແລະ ເອກະຊົນໄດ້ຂະຫຍາຍຕົວຢ່າງວ່ອງໄວພ້ອມດຽວກັນນັ້ນ ການເຮັດທຸລະກິດຄ້າຂາຍລະຫວ່າງບໍລິສັດພາຍໃນກັບຕ່າງປະເທດ ແລະ ການລົງທຶນຂອງຕ່າງປະເທດໃນ ສປປ ລາວ ກໍມີການພັດທະນາຢ່າງຕັ້ງໜ້າ ຊຶ່ງພາໃຫ້ມີຄວາມຕ້ອງການຄວາມຮູ້ທາງດ້ານການບໍລິຫານທູລະກິດຫຼາຍຂຶ້ນ ບໍ່ວ່າຈະເປັນ ຄວາມຮູ້ທາງການນໍາໃຊ້ເຕັກໂນໂລຊີເຂົ້້າຊ່ວຍດ້ານການຕະຫຼາດ, ການບໍລິຫານອົງການ, ການບໍລິຫານບຸກຄະລາກອນ, ການບໍລິຫານທາງດ້ານການເງິນ-ການລົງທຶນ, ແລະ ການບໍລິຫານການຜະລິດທີ່ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການດໍາເນີນທຸລະກິດເປັນຕົ້ນ. ອ່ານເພິ່ມ

programming
ການບໍລິຫານ
website
ການຕະຫຼາດ
Application
ເສດຖະສາດ
image processing
ການເງິນ-ການບັນຊີ

ສາຂາການເງິນ-ການທະນາຄານ

ຫລັກສູດປະລິນຍາຕີ ສາຂາການເງິນ-ການທະນາຄານຂອງສະຖາບັນ ເຕັກໂນໂລຊີ ສຸດສະກະນີ້ໄດ້ຖືກພັດທະນາຂຶ້ນມາເພື່ອສ້າງນັກວິຊາການທາງດ້ານການເງິນ ແລະ ການທະນາຄານໃນລະດັບປະລິນຍາຕີໃຫ້ມີຄວາມຮູ້ ແລະ ທັກສະທາງດ້ານວິຊາການຕ່າງໆເຊັ່ນ: ວິຊາການບໍລິຫານສິນເຊື່ອ, ນັກວິເຄາະຫລັກຊັບ, ທີ່ປຶກສາທາງດ້ານການເງິນ, ເຈົ້າໜ້າທີ່ບໍລິຫານກອງທຶນ, ນັກລົງທຶນສ່ວນບຸກຄົນ, ຜູ້ວາງແຜນການເງິນ (ງົບປະມານ) ແລະ ອື່ນໆ. ນອກຈາກນັ້ນຍັງສ້າງໃຫ້ນັກວິຊາການເຫລົ່ານັ້ນມີຈັນຍາບັນ, ຮັກອາຊີບ ແລະ ສາມາດພັດທະນາຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານໄດ້. ໂດຍນັກສຶກສາທີ່ຈົບມາສາມາດໄປເຮັດວຽກກັບໜ່ວຍງາານຕ່າງໆທີ່ເຮັດວຽກກ່ຽວກັບການເງິນການທະນາຄານໄດ້ ໂດຍສະເພາະແມ່ນ ສະຖາບັນການເງິນ, ການທະນາຄານ, ຕະຫຼາດຫຼັກຊັບ, ແລະ ສະຖາບັນການລົງທຶນຕ່າງໆ ແລະ ຂະແໜງອື່ນໆເປັນຕົ້ນ. ອ່ານເພິ່ມ

programming
ການບໍລິຫານ
website
ການເງິນ
Application
ການທະນາຄານ
image processing
ການບັນຊີ