ຫລັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ


ພາບລວມ

ຫຼັກສູດປະລິນຍາຕີບໍລິຫານທຸລະກິດ ສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ ເຊິ່ງເປັນໜຶ່ງໃນຂະແໜງການທີ່ສຳຄັນ ຂອງສະຖາບັນ ແລະ ກໍເປັນຂະແໜງການທີ່ຕ້ອງການຂອງຕະຫຼາດແຮງງານ. ປັດຈຸບັນນີ້ ຫົວໜ່ວຍທຸລະກິດພາກລັດ ແລະ ເອກະຊົນໄດ້ຂະຫຍາຍຕົວຢ່າງວ່ອງໄວພ້ອມດຽວກັນນັ້ນ ການເຮັດທຸລະກິດຄ້າຂາຍລະຫວ່າງບໍລິສັດພາຍໃນກັບຕ່າງປະເທດ ແລະ ການລົງທຶນຂອງຕ່າງປະເທດໃນ ສປປ ລາວ ກໍມີການພັດທະນາຢ່າງຕັ້ງໜ້າ ຊຶ່ງພາໃຫ້ມີຄວາມຕ້ອງການຄວາມຮູ້ທາງດ້ານການບໍລິຫານທູລະກິດຫຼາຍຂຶ້ນ ບໍ່ວ່າຈະເປັນ ຄວາມຮູ້ທາງການນໍາໃຊ້ເຕັກໂນໂລຊີເຂົ້້າຊ່ວຍດ້ານການຕະຫຼາດ, ການບໍລິຫານອົງການ, ການບໍລິຫານບຸກຄະລາກອນ, ການບໍລິຫານທາງດ້ານການເງິນ-ການລົງທຶນ, ແລະ ການບໍລິຫານການຜະລິດທີ່ນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍໃນການດໍາເນີນທຸລະກິດເປັນຕົ້ນ.

ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສາ:

  • ອະທິບາຍທິດສະດີ, ຫຼັກການບໍລິຫານ ແລະ ລະບົບການຄຸ້ມຄອງໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບສະພາບແວດລ້ອມເສດຖະກິດ-ສັງຄົມ;
  • ໄຈ້ແຍກບັນຫາ ແລະ ສິ່ງທ້າທາຍໃນການບໍລິຫານທຸລະກິດ, ການເງິນ ແລະ ການປ່ຽນແປງຂອງລະບົບເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ ແລະ ການຕັດສິນໃຈແກ້ໄຂບັນຫາໄດ້ຢ່າງມີປະສິດທິພາບ;
  • ວິເຄາະ ແລະ ບໍລິຫານກິດຈະການໃຫ້ທັນກັບຍຸກສະໄໝ ໄດ້ຢ່າງມືອາຊີບ;
  • ວິເຄາະການຕະຫຼາດ, ວິເຄາະງົບການເງິນ ແລະ ການເຂົ້າຫາແຫຼ່ງທຶນເພື່ອການບໍລິຫານທຸລະກິດໄດ້ຢ່າງເໝາະສົ;
  • ຄຸ້ມຄອງບໍລິຫານວຽກງານການຜະລິດ-ການບໍລິການ ແລະ ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວຽກງານການບໍລິຫານກິດຈະການໄດ້ຢ່າງຄ່ອງແຄ້ວ;
  • ວາງແຜນການບໍລິຫານທຸລະກິດ ແລະ ການເງິນໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງຂອງສະພາບເສດຖະກິດ-ສັງຄົມໃຫ້ທັນກັບຍຸກສະໄໝ;
  • ໃຫ້ຄໍາປຶກສາກ່ຽວກັບວຽກງານການບໍລິການກິດຈະການ ບົນພື້ນຖານການມີຈັນຍາບັນທາງດ້ານວິຊາຊີບ ແລະ ຫຼັກການປະຕິບັດທີ່ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ;
  • - ພັດທະນາທັກສະຄວາມເປັນຜູ້ນໍາ, ການພົວພັນ-ສື່ສານ ແລະ ການເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ, ຜັນຂະຫຍາຍທັກສະ ແລະ ຫຼັກການຮຽນຮູ້ຕະຫຼອດຊີວິດ ເຂົ້າໃນການດໍາລົງຊີວິດ ແລະ ການປະຕິບັດວຽກງານ;

ສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດ

ຫລັກສູດປະລິນຍາຕີບໍລິຫານທຸລະກິດສາຂາເຕັກໂນໂລຊີຂໍ້ມູນຂ່າວສານທາງທຸລະກິດຂອງສະຖາບັນ ເຕັກໂນໂລຊີ ສຸດສະກະນີ້ໄດ້ຖືກພັດທະນາຂຶ້ນມາເພື່ອສ້າງບັນດິດໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຊ່ຽວຊານທາງດ້ານການນໍາໃຊ້ເຕັກໂນໂລຊີເຂົ້້າໃນທຸລະກິດ ແລະ ການດໍາເນີນວຽກງານ, ການບໍລິຫານອົງການ, ການຕະຫລາດອອນລາຍ, ການເງິນການບັນຊີ, ສ້າງໃຫ້ນັກສຶກສາທີ່ຮຽນຈົບມີທັກສະ ແລະ ປະສົບການໃນການຮຽນຮູ້, ການຝຶກປະຕິບັດໃຫ້ມີຄວາມພ້ອມເພື່ອສາມາດໄປເຮັດວຽກຕົວຈິງ ແລະ ເປັນຜູ້ປະກອບການ, ສາມາດວິເຄາະ, ໄຈ້ແຍກສັງຄົມ ແລະ ການປ່ຽນແປງຂອງຕະຫລາດ ແລະ ການຕັດສິນໃຈແກ້ໄຂບັນຫາໄດ້ດ້ວຍຕົວເອງ.

Programming Technology Course

ໝວດວິຊາຄວາມຮູ້ທົ່ວໄປ

ວິຊາຄວາມຮູ້ພື້ນຖານວິຊາສະເພາະທີ່ປູພື້ນຖານໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວຫຼາຍໆດ້ານບໍ່ວ່າຈະເປັນຄວາມຮູ້ເບື້ອງຕົ້ນກ່ຽວກັບການບໍລິຫານ, ການດຳເນີນທຸລະກິດ, ການຕະຫຼາດ ແລະ ການບໍລິຫານທຸລະກິດຂັ້ນພື້ນຖານເພື່ອກຽມຄວາມພ້ອມໃນສາຍວິຊາສະເພາະ.

ໝວດວິຊາຄວາມຮູ້ພື້ນຖານວິຊາສະເພາະ

ວິຊາຄວາມຮູ້ພື້ນຖານວິຊາສະເພາະທີ່ປູພື້ນຖານໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວຫຼາຍໆດ້ານບໍ່ວ່າຈະເປັນຄວາມຮູ້ເບື້ອງຕົ້ນກ່ຽວກັບການບໍລິຫານ, ການດຳເນີນທຸລະກິດ, ການຕະຫຼາດ ແລະ ການບໍລິຫານທຸລະກິດຂັ້ນພື້ນຖານເພື່ອກຽມຄວາມພ້ອມໃນສາຍວິຊາສະເພາະ.

ໝວດວິຊາສະເພາະ

ວິຊາສະເພາະແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານ ວາງແຜນການບໍລິຫານທຸລະກິດ ແລະ ການເງິນໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງຂອງສະພາບເສດຖະກິດ-ສັງຄົມໃຫ້ທັນກັບຍຸກສະໄໝ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ສາມາດແກ້ໄຂບັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.

ວິຊາເລືອກ

ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຄວາມຊຳນານໄດ້ ເຊິ່ງຈະກາຍເປັນຂະແໜງການລົງເລິກຂອງຕົນ.

ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄວ້າຈົບຊັ້ນ

ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.

ການຮຽນ-ການສອນ:

ໄລຍະເວລາ: 4 ປີ (8 ເທີມ)
ເປີດຮຽນ: ເດືອນຕຸລາ ຫາ ເດືອນກໍລະກົດ
ເງື່ອນໄຂ: ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7)
ວິທະຍາເຂດ: ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ

ໜ່ວຍກິດ:

  • ວິຊາຄວາມຮູ້ພື້ນຖານ 17 ໜ່ວຍກິດ
  • ວິຊາຫຼັກ 39 ໜ່ວຍກິດ
  • ວິຊາຫຼັກກ່ຽວກັບບໍລິຫານ 72 ໜ່ວຍກິດ
  • ວິຊາເລືອກ 3 ໜ່ວຍກິດ
  • ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ 9 ໜ່ວຍກິດ
  • ທັງໝົດ 131 ໜ່ວຍກິດ