ຫລັກສູດປະລິນຍາຕີ ສາຂາການເງິນ-ການທະນາຄານຂອງສະຖາບັນ ເຕັກໂນໂລຊີ ສຸດສະກະນີ້ໄດ້ຖືກພັດທະນາຂຶ້ນມາເພື່ອສ້າງນັກວິຊາການທາງດ້ານການເງິນ ແລະ ການທະນາຄານໃນລະດັບປະລິນຍາຕີໃຫ້ມີຄວາມຮູ້ ແລະ ທັກສະທາງດ້ານວິຊາການຕ່າງໆເຊັ່ນ: ວິຊາການບໍລິຫານສິນເຊື່ອ, ນັກວິເຄາະຫລັກຊັບ, ທີ່ປຶກສາທາງດ້ານການເງິນ, ເຈົ້າໜ້າທີ່ບໍລິຫານກອງທຶນ, ນັກລົງທຶນສ່ວນບຸກຄົນ, ຜູ້ວາງແຜນການເງິນ (ງົບປະມານ) ແລະ ອື່ນໆ. ນອກຈາກນັ້ນຍັງສ້າງໃຫ້ນັກວິຊາການເຫລົ່ານັ້ນມີຈັນຍາບັນ, ຮັກອາຊີບ ແລະ ສາມາດພັດທະນາຕົນເພື່ອຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານໄດ້. ໂດຍນັກສຶກສາທີ່ຈົບມາສາມາດໄປເຮັດວຽກກັບໜ່ວຍງາານຕ່າງໆທີ່ເຮັດວຽກກ່ຽວກັບການເງິນການທະນາຄານໄດ້ ໂດຍສະເພາະແມ່ນ ສະຖາບັນການເງິນ, ການທະນາຄານ, ຕະຫຼາດຫຼັກຊັບ, ແລະ ສະຖາບັນການລົງທຶນຕ່າງໆ ແລະ ຂະແໜງອື່ນໆເປັນຕົ້ນ.
ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສາ:
ນັກສຶກສາທີ່ຮຽນຈົບສາຂາການເງິນ-ການທະນາຄານ, ສະຖາບັນ ເຕັກໂນໂລຊີ ສຸດສະກະ ສາມາດເຂົ້າເຮັດວຽກນໍາ ທັງພາກລັດ, ລັດວິສາຫະກິດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນໄດ້ເຊັ່ນ: ບັນດາກະຊວງ, ລັດວິສາຫະກິດ, ບໍລິສັດເອກະຊົນ, ທະນາຄານ, ສະຖາບັນການເງິນຕ່າງໆທີ່ກ່ຽວຂ້ອງກັບດ້ານການເງິນການ, ການທະນາຄານ ແລະ ການບັນຊີ ເຊິ່ງອາຊີບ ຫຼື ໜ້າວຽກທີ່ນັກສຶກສາສາຂາການເງິນ-ການທະນາຄານສາມາດປະຕິບັດໄດ້ປະກອບມີດັ່ງນີ້: ພະນັກງານການເງິນ, ພະນັກງານຝ່າຍສິນເຊື່ອ, ທີ່ປຶກສາທາງດ້ານການເງິນ, ຜູ້ຈັດການກອງທຶນ, ພະນັກງານບໍລິສັດຫລັກຊັບ, ເຈົ້າຂອງທຸລະກິດສ່ວນຕົວ, ນັກບັນຊີ, ນັກວິເຄາະການຊື້-ຂາຍຮຸ້ນ, ຊື້-ຂາຍພັນທະບັດ, ແລະ ຂະແໜງອື່ນໆທີ່ກ່ຽວຂ້ອງ.
ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາ ແລະ ວັດທະນະທໍາລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ ແລະ ພື້ນຖານກ່ຽວກັບເລກ.
ວິຊາຄວາມຮູ້ພື້ນຖານວິຊາສະເພາະທີ່ປູພື້ນຖານໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບຫຼາຍໆດ້ານບໍ່ວ່າຈະເປັນຄວາມຮູ້ເບື້ອງຕົ້ນກ່ຽວກັບການບໍລິຫານ, ການດຳເນີນທຸລະກິດ, ການເງິນ-ການບັນຊີ ແລະ ການບໍລິຫານທຸລະກິດຂັ້ນພື້ນຖານເພື່ອກຽມຄວາມພ້ອມໃນສາຍວິຊາສະເພາະ.
ວິຊາສະເພາະແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານ, ວາງແຜນການບໍລິຫານທຸລະກິດ ແລະ ການເງິນໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບການປ່ຽນແປງຂອງສະພາບເສດຖະກິດ-ສັງຄົມໃຫ້ທັນກັບຍຸກສະໄໝ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ວິເຄາະສະຖານະການທາງດ້ານການເງິນ, ສາມາດແກ້ໄຂບັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.
ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຄວາມຊຳນານໄດ້ ເຊິ່ງຈະກາຍເປັນຂະແໜງການລົງເລິກຂອງຕົນ.
ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.
ໄລຍະເວລາ: | 4 ປີ (8 ເທີມ) |
---|---|
ເປີດຮຽນ: | ເດືອນຕຸລາ ຫາ ເດືອນກໍລະກົດ |
ເງື່ອນໄຂ: | ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7) |
ວິທະຍາເຂດ: | ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ |