ການຮັບຮອງຈາກອົງການລັດ


ກະຊວງສຶກສາທິການ ແລະ ກິລາ

ສະຖາບັນ ເຕັກໂນໂລຊີ ສຸດສະກະ ແມ່ນສະຖາບັນການສຶກສາ ທີ່ໄດ້ຮັບການອະນຸມັດຈາກ ກົມການສຶກສາພາກເອກະຊົນ ກະຊວງສຶກສາທິການ ແລະ ກິລາ ໃຫ້ຈັດຕັ້ງການສອນຫຼັກສູດຊັ້ນປະລິນຍາຕີ ແລະ ຊັ້ນສູງ ສາຂາວິຊາ ບໍລິຫານທຸລະກິດ, ການບັນຊີ ແລະ ວິທະຍາສາດຄອມພິວເຕີ້. ໃບປະກາດຊະນີຍະບັດທີ່ອອກໂດຍສະຖາບັນພວກເຮົາແມ່ນໄດ້ຮັບການຮັບຮອງຈາກກະຊວງສຶກສາທິການ ແລະ ກິລາ

ນອກນັ້ນ, ໃນເດືອນ 9 ປີ 2005, ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ໄດ້ຮັບການອະນຸຍາດຈາກ ກົມຄຸ້ມຄອງສະຖາບັນການເງິນ ແລະ ທະນາຄານທຸລະກິດ, ທະນາຄານແຫ່ງ ສ ປ ປ ລາວ ໃຫ້ດຳເນີນການຝຶກອົບຮົມດ້ານການເງິນຈຸລະພາກໃຫ້ແກ່ນັກສຶກສາທົ່ວໄປ.