ສະຖານບັນ ເຕັກໂນໂລຊີ ສຸດສະກະ ເລັງເຫັນຄວາມຈຳເປັນໃນການສ້າງ ຫຼັກສູດປະລິນຍາຕີວິທະຍາສາດຄອມພິວເຕີ ສາຂາການສ້າງໂປຣແກຣມຄອມພິວເຕີ ເພື່ອໃຊ້ເປັນບ່ອນສິດສອນພະນັກງານ ແລະ ນັກສຶກສາ ໂດຍໃຫ້ນັກສຶກສາຮຽນຮູ້ ແລະ ເພີ່ມພູນຄວາມຮູ້ ຄວາມສາມາດທາງດ້ານ ການສ້າງໂປຣແກຣມຄອມພິວເຕີ ຊຶ່ງຈະເປັນເຄື່ອງມືໃນການປະກອບອາຊີບ ໂດຍນັກສຶກສາທີ່ຈົບແລ້ວສາມາດເຮັດວຽກໄດ້ທັນທີ ໂດຍບໍ່ຕ້ອງໄດ້ມີການຝຶກອົບຮົມເພີ່ມ. ການຮຽນແມ່ນເນັ້ນພາກປະຕິບັດຕົວຈິງ ເຊິ່ງເປັນໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານທີ່ມີຢູ່ໃນປະຈຸບັນ. ນັກສຶກສາສາມາດລົງເລິກຂະແໜງ ການທີ່ຕົນສົນໃຈໄດ້ ໃນການຄົ້ນຄວ້າຂຽນບົດຈົບຊັ້ນ ເຊິ່ງຈະມີການພັດທະນາໂປຣແກຣມ, ການສ້າງເວັບໄຊ້, ການອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບ ແລະ ການສ້າງແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍເປັນຕົ້ນ.
ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສາ:
ຫຼັກສູດຊັ້ນປະລິນຍາຕີສາຂາການສ້າງໂປຣແກຣມຄອມພິວເຕີ ນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນພັດທະນາໂປຣແກຣມ, ການສ້າງເວັບໄຊ້, ການອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບ ແລະ ການສ້າງແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍ ແລະ ສາມາດພັດທະນາຕົນເອງໃຫ້ທັນກັບສະພາບການປ່ຽນແປງຂອງໂລກເທັກໂນໂລຢີຂໍ້ມູນຂ່າວສານໄດ້.
ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາ ແລະ ວັດທະນະທຳລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ ແລະ ພື້ນຖານກ່ຽວກັບເລກ.
ວິຊາຫຼັກແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.
ບັນດາວິຊາດັ່ງກ່າວນີ້ແມ່ນເນັ້ນຝຶກໃຫ້ນັກສຶກສາມີທັກສະ ແລະ ຄວາມສາມາດດ້ານການວິເຄາະ, ອອກແບບ ແລະ ພັດທະນາລະບົບ ທີ່ຈຳເປັນໃນການພັດທະນາລະບົບເຕັກໂນໂລຢີຂໍ້ມູນຂ່າວສານທີ່ນຳໃຊ້ໃນອົງການຕ່າງໆ.
ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຄວາມຊຳນານໄດ້ ເຊິ່ງຈະກ່າຍເປັນຂະແໜງການລົງເລິກຂອງຕົນ.
ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.
ໄລຍະເວລາ: | 4 ປີ (8 ເທີມ) |
---|---|
ເປີດຮຽນ: | ເດືອນຕຸລາ ຫາ ເດືອນກໍລະກົດ |
ເງື່ອນໄຂ: | ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7) |
ວິທະຍາເຂດ: | ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ |