ສັນຍາລັກຂອງ ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ແມ່ນການປະສານກັນລະຫວ່າງສິນລະປະແບບລາຍລາວ, ແບບຕະເວັນອອກ ແລະ ຕະເວັນຕົກ. ສິນລະປະແບບລາຍລາວ ທີ່ຖານຂອງສັນຍາລັກ ຫມາຍເຖິງແນວຄວາມຄິດ ແລະ ວັດທະນະທຳລາວທີ່ມີຄວາມງົດງາມ ເຊິ່ງເປັນຮາກຖານຂອງແນວຄວາມຄິດ ແລະ ປັດຊະຍາຂອງເຮົາ. ສິນລະປະແບບລາຍຕະເວັນອອກ ແລະ ຕະເວັນຕົກທີ່ດ້ານຂວາເບື້ອງເທິງແລະລຸ່ມຂອງສັນຍາລັກສະແດງເຖິງແນວຄວາມຄິດທີ່ກ້າວໜ້າ ແລະ ເໝາະສົມຂອງຕະເວັນອອກ ແລະ ຕະເວັນຕົກ ເຊິ່ງປະກອບເປັນສ່ວນໜຶ່ງຂອງແນວຄວາມຄິດຂອງພວກເຮົາ.
ສີຟ້າຂອງສັນຍາລັກແມ່ນສີແຫ່ງຄວາມໄຝ່ຝັນ, ຄວາມຈິ່ງໃຈ ແລະ ຊື່ສັດ. ສ່ວນສີເທົາແມ່ນສີແຫ່ງຄວາມປອດໄພ, ຄວາມເຕີບໃຫຍ່, ຄວາມເຊື່ອຖືໄດ້ ແລະ ການໃຫ້. ຄຸນລັກຊະນະເລົ່ານີ້ແມ່ນຖືກປູກຝັງໄວ້ໃນແນວຄວາມຄິດ ແລະ ການປະຕິບັດງານຂອງພວກເຮົາ.
ສັນຍາລັກທີ່ມີລັກຊະນະເປັນວົງລໍ້ ໝາຍເຖິງພາຫະນະທີ່ນຳພານັກສຶກສາໄປສູ່ຄວາມຮູ້ ເຊິ່ງຈະສ້າງອານຸພາບໃຫ້ແກ່ນັກສຶກສາ ໃຫ້ສາມາດໄປສູ່ຜົນສຳເລັດທີ່ໄຝຝັນໄວ້.