
ພິທີເປີດສະຖາບັນ
2002
ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 09 ກໍລະກົດ 2002 ແລະ ພາຍໃຕ້ຊື່ ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ເຊິ່ງມີເປົ້າໝາຍເພື່ອຕອບສະໜອງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດໃນ ສ ປ ປ ລາວ ເຊິ່ງເປັນປັດໄຈສໍາຄັນໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມຂອງຊາດ.

ປ່ຽນຊື່ສະຖາບັນ
2008
ໃນສົກຮຽນ 2008-2009 ສະຖາບັນໄດ້ປ່ຽນຊື່ມາເປັນ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ແລະ ໄດ້ມີການພັດທະນາ ພາກວິຊານິເທດສາດ ແລະ ພາສາສາດ ໃນລະບົບຊັ້ນສູງ; ລະບົບປະລິນຍາຕີສາຂາການເງິນ-ການທະນາຄານ ຂອງພາກວິຊາບໍລິຫານທຸລະກິດ ແລະ ເສດຖະສາດ ແລະ ລະບົບການສຶກສາແບບຕໍ່ເນື່ອງປະລິນຍາຕີຂອງພາກວິຊາເຕັກໂນໂລຊີຂໍ້ມູນຂ່າວສານ ສາຂາວິທະຍາສາດຄອມພິວເຕີ..

ຮັບຮອງໃຫ້ເປີດຫຼັກສູດປະລິນຍາຕີ
2013
ໃນສົກຮຽນ 2010-2011 ສະຖາບັນໄດ້ຖືກຮັບຮອງໃຫ້ເປີດຫຼັກສູດປະລິນຍາຕີສາຂາວິຊາວິທະຍາສາດຄອມພິວເຕີ້, ສາຂາວິຊາບໍລິຫານທຸລະກິດ, ສາຂາວິຊາການເງິນ-ການທະນາຄານ ຍົກເວັ້ນພາກວິຊານິເທດສາດ ແລະ ພາສາສາດ ທີ່ຍັງເປັນລະບົບຊັ້ນສູງ. ພ້ອມດຽວກັນໃນສົກຮຽນ 2010-2011 ໄດ້ຍ້າຍອາຄານຮຽນໃຫມ່ມາທີ່ ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ເອີ້ນວ່າ: ວິທະຍາເຂດໂພນພະເນົາ.
ໃນສົກຮຽນ 2013-2014 ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປະຕິຮູບການສຶກສາແຫ່ງຊາດ ໄລຍະນັ້ນ ບໍ່ອານຸຍາດໃຫ້ທຸກໆສະຖານການສຶກສາພາກລັດຈໍານວນໜຶ່ງ ແລະ ພາກເອກະຊົນ ເປີດການຮຽນ-ການສອນໃນຫຼັກສູດປະລິນຍາຕີ. ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ກໍໄດ້ປະຕິບັດຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ.

ເປີດວິທະຍາເຂດໂພນສີນວນ
2019
ມາຮອດປີ 2019 ໄດ້ເປີດວິທະຍາເຂດໃໝ່ເພີ່ມເພື່ອຮອງຮັບການຂະຫຍາຍໂຕຂອງສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ຢູ່ບ້ານໂພນສີນວນ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ເອີ້ນວ່າ: ວິທະຍາເຂດໂພນສີນວນ.

ຍົກສະຖານະຂຶ້ນເປັນສະຖາບັນ ເຕັກໂນໂລຊີ ສຸດສະກະ
2020
ຮອດສົກຮຽນ 2020-2021 ໄດ້ຖືກຍົກສະຖານະຂຶ້ນເປັນສະຖາບັນ ເຕັກໂນໂລຊີ ສຸດສະກະ ແລະ ໄດ້ຮັບການອະນຸມັດເປີດການຮຽນ-ການສອນຫຼັກສູດໃນລະດັບປະລິນຍາຕີທຸກສາຂາວິຊາ.