ຍິນດີຕ້ອນຮັບສູ່ ສະຖາບັນ ເຕັກໂນໂລຊີ ສຸດສະກະ
ສຳລັບຜູ້ທີ່ມີຈຸດປະສົງເຂົ້າສຶກສາຫຼັກສູດປະລິນຍາຕີ ສາຂາວິຊາຕ່າງໆຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້:
ຜູ້ທີ່ສົນໃຈສະໝັກເຂົ້າຮຽນທີ່ ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຈະຕ້ອງປະກອບເອກະສານຄຳຮ້ອງສະໝັກເຂົ້າຮຽນຂອງສະຖາບັນໃຫ້ຄົບຖ້ວນ ແລະ ຍື່ນສະເໜີໃຫ້ແກ່ໜ່ວຍງານຮັບນັກສຶກສາຂອງສະຖາບັນຕາມເວລາທີ່ກຳນົດໄວ້ຂອງໃນແຕ່ລະສົກສຶກສາ. ເອກະສານຄຳຮ້ອງດັ່ງກ່າວ ຈະໄດ້ຮັບການພິຈາລະນາໂດຍໜ່ວຍງານທີ່ກ່ຽວຂ້ອງ ແລະ ຄະນະອຳນວຍການສະຖາບັນ ແລະ ແຈ້ງໃຫ້ຜູ້ສະໝັກຮັບຊາບກ່ຽວກັບຜົນການພິຈາລະນາ ພ້ອມກັບວັນເວລາຂອງການສອບເສັງຄັດເລືອກເຂົ້າຮຽນ ພາຍໃນ 3 ວັນເຂົ້າການ.