ຫຼັກສູດຊັ້ນປະລິນຍາຕີສາຂາການສ້າງໂປຣແກຣມຄອມພິວເຕີ ນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນພັດທະນາໂປຣແກຣມ, ການສ້າງເວັບໄຊ້, ການອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບ ແລະ ການສ້າງແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍ ແລະ ສາມາດພັດທະນາຕົນເອງໃຫ້ທັນກັບສະພາບການປ່ຽນແປງຂອງໂລກເທັກໂນໂລຢີຂໍ້ມູນຂ່າວສານໄດ້. ອ່ານເພິ່ມ
ຫຼັກສູດຊັ້ນປະລິນຍາຕີສາຂາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດການຕິດຕັ້ງລະບົບເຄື່ອຂ່າຍຄອມພິວເຕີ, ການຈັດການລະບົບຄອມພິວເຕີໃຫ້ບໍລິການ, ການຈັດການຄວາມປອດໄພຂອງຂໍ້ມູນ, ການສື່ສານແບບມີສາຍ, ການສື່ສານແບບໄຮ້ສາຍເປັນຕົ້ນ. ອ່ານເພິ່ມ