ຫຼັກສູດປະລິນຍາຕີວິທະຍາສາດຄອມພິວເຕີ ສາຂາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ


ພາບລວມ

ສະຖານບັນ ເຕັກໂນໂລຊີ ສຸດສະກະ ເລັງເຫັນຄວາມຈຳເປັນໃນການສ້າງ ຫຼັກສູດປະລິນຍາຕີວິທະຍາສາດຄອມພິວເຕີ ສາຂາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ ເພື່ອໃຊ້ເປັນບ່ອນສິດສອນພະນັກງານ ແລະ ນັກສຶກສາ ໂດຍໃຫ້ນັກສຶກສາຮຽນຮູ້ ແລະ ເພີ່ມພູນຄວາມຮູ້ ຄວາມສາມາດທາງດ້ານການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ ຊຶ່ງຈະເປັນເຄື່ອງມືໃນການປະກອບອາຊີບ ໂດຍນັກສຶກສາທີ່ຈົບແລ້ວສາມາດເຮັດວຽກໄດ້ທັນທີ ໂດຍບໍ່ຕ້ອງໄດ້ມີການຝຶກອົບຮົມເພີ່ມ. ການຮຽນແມ່ນເນັ້ນພາກປະຕິບັດຕົວຈິງ ເຊິ່ງເປັນໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານທີ່ມີຢູ່ໃນປະຈຸບັນ. ນັກສຶກສາສາມາດລົງເລິກຂະແໜງການທີ່ຕົນສົນໃຈໄດ້ ໃນການຄົ້ນຄວ້າຂຽນບົດຈົບຊັ້ນ ເຊິ່ງຈະມີຄົ້ນຄວ້າຂຽນບົດຈົບຊັ້ນ ກ່ຽວກັບການຕິດຕັ້ງລະບົບເຄື່ອຂ່າຍຄອມພິວເຕີ, ການຈັດການລະບົບຄອມພິວເຕີໃຫ້ບໍລິການ, ການຈັດການຄວາມປອດໄພຂອງຂໍ້ມູນ, ການສື່ສານແບບມີສາຍ, ການສື່ສານແບບໄຮ້ສາຍເປັນຕົ້ນ.

ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສ:

  • ອະທິບາຍ ແລະ ວິເຄາະທິດສະດີ, ຫຼັກການ ແລະ ແນວຄວາມຄິດທາງດ້ານສະຖາປັດຕະຍະກໍາທາງດ້ານເຄືອຂ່າຍຄອມພິວເຕີ, ການອອກແບບ ແລະ ການພັດທະນາລະບົບເຄືອຂ່າຍຄອມພິວເຕີ;
  • ໄຈ້ແຍກບັນຫາ ແລະ ສິ່ງທ້າທາຍໃນການຕິດຕັ້ງລະບົບເຄື່ອຂ່າຍຄອມພິວເຕີ, ການຈັດການລະບົບຄອມພິວເຕີໃຫ້ບໍລິການ, ການຈັດການຄວາມປອດໄພຂອງຂໍ້ມູນ, ການສື່ສານຂອງລະບົບເຄືອຂ່າຍຄອມພິວເຕີ;
  • ຜັນຂະຫຍາຍທັກສະທາງດ້ານສະຖາປັດຕະຍະກໍາ, ເຕັກໂນໂລຊີໃນການອອກແບບ, ການຕິດຕັ້ງລະບົບເຄື່ອຂ່າຍຄອມພິວເຕີ, ການຈັດການລະບົບຄອມພິວເຕີໃຫ້ບໍລິການ, ການຈັດການຄວາມປອດໄພຂອງຂໍ້ມູນ, ການສື່ສານຂອງລະບົບເຄືອຂ່າຍຄອມພິວເຕີ ແລະ ພາສາຕ່າງປະເທດຢ່າງມືອາຊີບ;
  • ຄົ້ນຄິດນະວັດຕະກໍາທາງດ້ານລະບົບເຄືອຂ່າຍຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຕ່າງໆທີ່ກ່ຽວຂ້ອງທີ່ມີປະສິດທິພາບ, ຄຸນນະພາບ ແລະ ທັນສະໄໝ;
  • ນໍາໃຊ້ ທິດສະດີ, ອຸປະກອນ ແລະ ເຄື່ອງມືທາງດ້ານການພັດທະນາລະບົບເຄືອຂ່າຍຄອມພິວເຕີທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານຕົວຈິງ;
  • ດໍາເນີນການ ວິເຄາະ, ອອກແບບ ແລະ ຕິດຕັ້ງລະບົບເຄື່ອຂ່າຍຄອມພິວເຕີ, ຈັດການລະບົບຄອມພິວເຕີໃຫ້ບໍລິການ, ຈັດການຄວາມປອດໄພຂອງຂໍ້ມູນ ແລະ ການສື່ສານຂອງລະບົບເຄືອຂ່າຍຄອມພິວເຕີ;
  • ຄວບຄຸມວຽກງານທາງດ້ານການພັດທະນາລະບົບເຄືອຂ່າຍຄອມພິວເຕີຂອງອົງການ, ສັງຄົມ, ທັງພາຍໃນ, ພາກພື້ນ ແລະ ສາກົນ;
  • ໃຫ້ຄໍາປຶກສາກ່ຽວກັບວຽກງານການພັດທະນາລະບົບເຄືອຂ່າຍຄອມພິວເຕີ ບົນພື້ນຖານ ແລະ ຫຼັກການທີ່ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ;
  • ພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ.

ສາຂາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ

ຫຼັກສູດຊັ້ນປະລິນຍາຕີສາຂາການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດການຕິດຕັ້ງລະບົບເຄື່ອຂ່າຍຄອມພິວເຕີ, ການຈັດການລະບົບຄອມພິວເຕີໃຫ້ບໍລິການ, ການຈັດການຄວາມປອດໄພຂອງຂໍ້ມູນ, ການສື່ສານແບບມີສາຍ, ການສື່ສານແບບໄຮ້ສາຍເປັນຕົ້ນ.

Programming Technology Course

ວິຊາຄວາມຮູ້ພື້ນຖານ

ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາ ແລະ ວັດທະນະທໍາລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ ແລະ ພື້ນຖານກ່ຽວກັບເລກ.

ວິຊາຫຼັກ

ວິຊາຫຼັກແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.

ວິຊາຫຼັກກ່ຽວກັບການສື່ສານຂໍ້ມູນ ແລະ ລະບົບເຄືອຂ່າຍຄອມພິວເຕີ

ບັນດາວິຊາດັ່ງກ່າວນີ້ແມ່ນເນັ້ນຝຶກໃຫ້ນັກສຶກສາມີທັກສະ ແລະ ຄວາມສາມາດດ້ານການວິເຄາະ, ອອກແບບ ແລະ ພັດທະນາລະບົບເຄືອຂ່າຍຄອມພິວເຕີ ທີ່ຈຳເປັນໃນການພັດທະນາລະບົບເຕັກໂນໂລຢີຂໍ້ມູນຂ່າວສານທີ່ນຳໃຊ້ໃນອົງການຕ່າງໆ.

ວິຊາເລືອກ

ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຊຳນານໄດ້ ເຊິ່ງຈະກ່າຍເປັນຂະແໜງການລົງເລິກຂອງຕົນ.

ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄວ້າຈົບຊັ້ນ

ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.

ການຮຽນ-ການສອນ:

ໄລຍະເວລາ: 4 ປີ (8 ເທີມ)
ເປີດຮຽນ: ເດືອນຕຸລາ ຫາ ເດືອນກໍລະກົດ
ເງື່ອນໄຂ: ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7)
ວິທະຍາເຂດ: ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ

ໜ່ວຍກິດ:

  • ວິຊາຄວາມຮູ້ພື້ນຖານ 16 ໜ່ວຍກິດ
  • ວິຊາຫຼັກ 41 ໜ່ວຍກິດ
  • ວິຊາຫຼັກກ່ຽວກັບວິສະວະກໍາຊອບແວ 69 ໜ່ວຍກິດ
  • ວິຊາເລືອກ 3 ໜ່ວຍກິດ
  • ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ 9 ໜ່ວຍກິດ
  • ທັງໝົດ 138 ໜ່ວຍກິດ