ວິໄສທັດ

ວິໄສທັດຂອງສະຖາບັນ ເຕັກໂນໂລຊີ ສຸດສະກະ ມຸ່ງຫວັງທີ່ຈະເປັນສະຖາບັນການສຶກສາຊັ້ນນໍາແຫ່ງໜຶ່ງໃນ ສປປ ລາວ ທີ່ມີມາດຕະຖານທາງວິຊາການລະດັບສາກົນ, ສະໜອງການສຶກສາ, ການຝຶກອົບຮົມ ແລະ ຜົນການຄົ້ນຄວ້າທາງວິທະຍາສາດ ທີ່ມີຄຸນະພາບ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ສ້າງສາຍພົວພັນການຮ່ວມມືຮອບດ້ານກັບບັນດາ ສະຖາບັນການສຶກສາ ທັງພາຍໃນ ແລະ ຕ່າງປະເທດ..

ພາລະກິດ

ສະຖາບັນ ເຕັກໂນໂລຊີ ສຸດສະກະ ມີພາລະກິດດັ່ງລຸ່ມນີ້:

  • ເປັນສະຖາບັນການສຶກສາທີ່ມີຜົນງານທາງວິຊາການທີ່ມີຄຸນນະພາບສູງ ເປັນທີ່ຍອມຮັບຂອງສັງຄົມ ທັງພາຍໃນປະເທດ ແລະ ຕ່າງປະເທດ;
  • ມີຫຼັກສູດ ແລະ ວິທີການຮຽນການສອນທີ່ມີຄວາມຫຼາກຫຼາຍ, ທັນສະໄໝ, ມີລັກສະນະສາກົນ, ສອດແຊກຄຸນນະທຳ, ຈະລິຍະທຳ, ແລະ ວັດທະນະທຳລາວ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ ໂດຍເນັ້ນພາກປະຕິບັດຕົວຈິງ ແລະ ເອົານັກສຶກສາເປັນຈຸດໃຈກາງ;
  • ສ້າງນັກສຶກສາໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ມີທັກສະດ້ານການແກ້ບັນຫາ, ທັກສະການສື່ສານ, ທັກສະດ້ານມະນຸດສໍາພັນ, ມີພາວະຜູ້ນໍາ, ມີຄວາມຊື່ສັດ, ມີຄວາມເປັນສາກົນ;
  • ດຶງດູດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດເຂົ້າມາຮ່ວມງານນໍາ ແລະ ສ້າງສະພາບແວດລ້ອມທີ່ສົ່ງເສີມ ໃຫ້ມີການແລກປ່ຽນຄວາມຄິດເຫັນຢ່າງເສລີ, ການຄົ້ນຄວ້າວິໄຈ ແນວຄິດສ້າງສັນ ແລະ ນະວະຕະກຳໃໝ່ໄດ້ຮັບການສົ່ງເສີມຢ່າງເຕັມສ່ວນ;
  • ມີອາຄານສະຖານທີ່ສວຍງາມ, ກວ້າງຂວາງ ແລະ ມີອຸປະກອນເຄື່ອງມືຮັບໃຊ້ການຮຽນ-ການສອນ ແລະ ການຄົ້ນຄວ້າວິໄຈທີ່ທັນສະໄໝ;
  • ສ້າງຄວາມເຂັ້ມແຂງໃນການຄົ້ນຄວ້າທາງດ້ານວິທະຍາສາດ ໂດຍສົ່ງເສີິມ ແລະ ພັດທະນາໃຫ້ຄູ-ອາຈານ ແລະ ນັກສຶກສາດຳເນີນການຄົ້ນຄວ້າວິໄຈ ແລະ ບໍລິການທາງດ້ານວິຊາການແກ່ສັງຄົມ ພ້ອມທັງເຜີຍແພ່ຜົນງານຄົ້ນຄວ້າໃຫ້ສັງຄົມຮັບຮູ້ ແລະ ເປັນແຫຼ່ງຄວາມຮູ້ ໃຫ້ແກ່ຊຸມຊົນອ້ອມຂ້າງກໍຄືສັງຄົມໂດຍລວມ ແລະ ທຸລະກິດຂະແໜງຕ່າງໆ;
  • ສ້າງເຄືອຂ່າຍການຮ່ວມມືກັບພາກລັດ, ເອກະຊົນ, ອົງການຈັດຕັ້ງທັງພາກພື້ນ ແລະ ສາກົນ.