ຍິນດີຕ້ອນຮັບ ສູ່ ສະຖາບັນ ເຕັກໂນໂລຊີ ສຸດສະກະ

ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 09 ກໍລະກົດ 2002 ແລະ ພາຍໃຕ້ຊື່ ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ເຊິ່ງມີເປົ້າໝາຍເພື່ອຕອບສະໜອງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດໃນ ສ ປ ປ ລາວ ເຊິ່ງເປັນປັດໄຈສໍາຄັນໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມຂອງຊາດ. ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ດຳເນີນກິດຈະການໂດຍອີງໃສ່ແນວຄວາມຄິດທີ່ ບໍ່ຫວັງຜົນກຳໄລສູງສຸດ (ສະໜອງການສຶກສາທີ່ມີຄຸນນະພາບສູງ ໃຫ້ແກ່ມະຫາຊົນໃນ ຕົ້ນທຶນທີ່ສົມເຫດສົມຜົນ). ຕັ້ງຢູ່ຈຸດໃຈກາງຂອງນະຄອນຫຼວງວຽງຈັນ ເຊິ່ງເຮັດໃຫ້ການໄປມາຂອງນັກສຶກສາມີຄວາມສະດວກ ແລະ ມີຄວາມປອດໄພ.

ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຮັບການອະນຸຍາດຈາກກະຊວງສຶກສາທິການໃຫ້ດຳເນີນການສິດສອນນັກສຶກສາໃນຫຼັກສູດຊັ້ນປະລິນຍາຕີ ແລະ ຊັ້ນສູງ ໃນສາຂາ ການບໍລິຫານທຸລະກິດ, ການບັນຊີ ແລະ ວິທະຍາສາດຄອມພິວເຕີ. ນອກນັ້ນ, ທະນາຄານແຫ່ງ ສ ປ ປ ລາວ ຍັງໄດ້ອະນຸຍາດໃຫ້ສະຖາບັນພວກເຮົາ ເປັນສູນຝຶກອົບຮົມການເງິນຈຸລະພາກ.

ພາສາລາວແມ່ນພາສາທີ່ໃຊ້ໃນການສິດສອນ ແລະ ການບໍລິຫານຂອງສະຖາບັນພວກເຮົາ. ແຕ່ເຖິງຢ່າງໃດກໍຕາມ, ນັກສຶກສາທີ່ບໍ່ຮູ້ພາສາລາວ ຫຼື ມີຄວາມຊຳນານດ້ານພາສາອັງກິດ ສາມາດເຂົ້າຮຽນໃນຫຼັກສູດທີ່ສອນໂດຍໃຊ້ພາສາອັງກິດ.

ສະຖາບັນ ເຕັກໂນໂລຊີ ສຸດສະກະ ແມ່ນບ່ອນທຳອິດ ທີ່ໄດ້ຮັບການຮັບຮອງຈາກອົງການສອບເສັງທຽບລະດັບພາສາອັງກິດຂອງສະຫະລັດອາເມລິກາ ໃຫ້ດຳເນີນການສອບເສັງທຽບລະດັບພາສາອັງກິດ TOEFL® iBT ໃນ ສ ປ ປ ລາວ ໃນເດືອນ 7 ປີ 2006 ແລະ ໄດ້ຈັດການສອບເສັງຄັ້ງທຳອິດໃນ ສ ປ ປ ລາວ ໃນເດືອນ 8 ປີ 2006.

ນັກສຶກສາທີ່ຈົບການສຶກສາຈາກສະຖາບັນພວກເຮົາ ບໍ່ພຽງແຕ່ຈະມີຄວາມຮູ້ດ້ານວິຊາການທີ່ຕົນສຶກສາ ເທົ່ານັ້ນ ແຕ່ຍັງມີຄວາມຮູ້ ແລະ ທັກສະດ້ານການເປັນຜູ້ນຳ, ຄວາມສາມາດດ້ານການສື່ສານກັບບຸກຄົນອື່ນ, ແນວຄວາມຄິດສ້າງສັນ, ຮັບຜິດຊອບຕໍ່ສັງຄົມ ແລະ ມີຄວາມກະຕືລືລົ້ນຫ້າວຫັນ. ຄຸນນະສົມບັດທີ່ດີເລົ່ານີ້ ແມ່ນໄດ້ຮັບການປູກຝັງໂດຍຜ່ານວັດທະນະທຳອົງການຂອງພວກເຮົາທີ່ນັກສຶກສາ ມີຄວາມໃກ້ຊິດຕິດແທດໃນແຕ່ລະວັນ ແລະ ຜ່ານກິດຈະກຳນອກຫຼັກສູດຕ່າງໆຂອງພວກເຮົາ. ທີ່ສະຖາບັນພວກເຮົາ, ນັກສຶກສາຈະໄດ້ຮັບການຊຸກຍູ້ໃຫ້ເຂົ້າຮ່ວມກິດຈະກຳຕ່າງໆຂອງສະຖາບັນ ໂດຍອີງຕາມຄວາມມັກ ແລະ ຄວາມທະນັດຂອງນັກສຶກສາແຕ່ລະຄົນ. ດ້ວຍວິທີນີ້, ພວກເຮົາສາມາດດຶງເອົາຄວາມສະມາດສະເພາະຂອງນັກສຶກສາແຕ່ລະຄົນອອກມາໄດ້ ເຊິ່ງຄວາມສາມາດສະເພາະນັ້ນຈະຊ່ວຍໃຫ້ນັກສຶກສາປະສົບຜົນສຳເລັດໃນອະນາຄົດໄດ້. ພວກເຮົາໄດ້ມີການຈັດກຸ່ມ ແລະ ທີມກິລາປະເພດຕ່າງໆໃຫ້ນັກສຶກສາ.

ສະຖາບັນພວກເຮົາ ໄດ້ສ້າງຕັ້ງກຸ່ມຫຸ່ນໂລບອດ (Robotic club) ໃຫ້ນັກສຶກສາຄະນະເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍມີເປົ້າໝາຍສ້າງໃຫ້ນັກສຶກສາມີແນວຄວາມຄິດສ້າງສັນ ແລະ ມີປະສົບການໃນການສ້າງຫຸ່ນຍົນ ແລະ ຂຽນໂປຣກຣາມຄອມພິວເຕີ້ຝັງໃສ່ໃນໂຕຫຸ່ນ. ໃນແຕ່ລະປີ ພວກເຮົາໄດ້ສົ່ງຫຸ່ນເຂົ້າແຂ່ງຂັນໃນງານແຂ່ງຂັນຫຸ່ນຍົນນານາຊາດທີ່ຈັດທີ່ນະຄອນຫຼວງວຽງຈັນ.

ສະຖາບັນພວກເຮົາ:

  • ສິດສອນໃນຫຼັກສູດຊັ້ນປະລິນຍາຕີ, ຊັ້ນສູງ ແລະ ຕໍ່ເນື່ອງປະລິນຍາຕີ;
  • ດໍາເນີນວຽກງານດ້ານບໍລິການທີ່ປຶກສາໃຫ້ໂຄງການດ້ານການພັດທະນາ ແລະ ບໍລິສັດເອກະຊົນຕ່າງໆໃນລາວ;
  • ຮ່ວມມືກັບອົງການລັດ, ອົງການສາກົນ ແລະ ບໍລິສັດເອກະຊົນຕ່າງໆ ກ່ຽວກັບວຽກງານດ້ານການສຶກສາ ແລະ ການພັດທະນາ;
  • ຈັດກອງປະຊຸມສຳມະນາດ້ານວິຊາການ ແລະ ການຝຶກອົບຮົມໄລຍະສັ້ນຕ່າງໆ.

Responsive image

ພິທີເປີດສະຖາບັນ

2002

ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 09 ກໍລະກົດ 2002 ແລະ ພາຍໃຕ້ຊື່ ສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ເຊິ່ງມີເປົ້າໝາຍເພື່ອຕອບສະໜອງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດໃນ ສ ປ ປ ລາວ ເຊິ່ງເປັນປັດໄຈສໍາຄັນໃຫ້ແກ່ການພັດທະນາເສດຖະກິດແລະສັງຄົມຂອງຊາດ.

Responsive image

ປ່ຽນຊື່ສະຖາບັນ

2008

ໃນສົກຮຽນ 2008-2009 ສະຖາບັນໄດ້ປ່ຽນຊື່ມາເປັນ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ແລະ ໄດ້ມີການພັດທະນາ ພາກວິຊານິເທດສາດ ແລະ ພາສາສາດ ໃນລະບົບຊັ້ນສູງ; ລະບົບປະລິນຍາຕີສາຂາການເງິນ-ການທະນາຄານ ຂອງພາກວິຊາບໍລິຫານທຸລະກິດ ແລະ ເສດຖະສາດ ແລະ ລະບົບການສຶກສາແບບຕໍ່ເນື່ອງປະລິນຍາຕີຂອງພາກວິຊາເຕັກໂນໂລຊີຂໍ້ມູນຂ່າວສານ ສາຂາວິທະຍາສາດຄອມພິວເຕີ..

Responsive image

ຮັບຮອງໃຫ້ເປີດຫຼັກສູດປະລິນຍາຕີ

2013

ໃນສົກຮຽນ 2010-2011 ສະຖາບັນໄດ້ຖືກຮັບຮອງໃຫ້ເປີດຫຼັກສູດປະລິນຍາຕີສາຂາວິຊາວິທະຍາສາດຄອມພິວເຕີ້, ສາຂາວິຊາບໍລິຫານທຸລະກິດ, ສາຂາວິຊາການເງິນ-ການທະນາຄານ ຍົກເວັ້ນພາກວິຊານິເທດສາດ ແລະ ພາສາສາດ ທີ່ຍັງເປັນລະບົບຊັ້ນສູງ. ພ້ອມດຽວກັນໃນສົກຮຽນ 2010-2011 ໄດ້ຍ້າຍອາຄານຮຽນໃຫມ່ມາທີ່ ບ້ານໂພນພະເນົາ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ ເອີ້ນວ່າ: ວິທະຍາເຂດໂພນພະເນົາ.
ໃນສົກຮຽນ 2013-2014 ກະຊວງສຶກສາທິການ ແລະ ກິລາ ໄດ້ມີການປະຕິຮູບການສຶກສາແຫ່ງຊາດ ໄລຍະນັ້ນ ບໍ່ອານຸຍາດໃຫ້ທຸກໆສະຖານການສຶກສາພາກລັດຈໍານວນໜຶ່ງ ແລະ ພາກເອກະຊົນ ເປີດການຮຽນ-ການສອນໃນຫຼັກສູດປະລິນຍາຕີ. ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ກໍໄດ້ປະຕິບັດຕາມທິດຊີ້ນໍາຂອງກະຊວງສຶກສາທິການ ແລະ ກິລາ.

Responsive image

ເປີດວິທະຍາເຂດໂພນສີນວນ

2019

ມາຮອດປີ 2019 ໄດ້ເປີດວິທະຍາເຂດໃໝ່ເພີ່ມເພື່ອຮອງຮັບການຂະຫຍາຍໂຕຂອງສະຖາບັນ ສຸດສະກະ ເພື່ອການບໍລິຫານ ແລະ ເຕັກໂນໂລຊີ ຢູ່ບ້ານໂພນສີນວນ, ເມືອງ ສີສັດຕະນາກ, ນະຄອນຫລວງວຽງຈັນ ເອີ້ນວ່າ: ວິທະຍາເຂດໂພນສີນວນ.

Responsive image

ຍົກສະຖານະຂຶ້ນເປັນສະຖາບັນ ເຕັກໂນໂລຊີ ສຸດສະກະ

2020

ຮອດສົກຮຽນ 2020-2021 ໄດ້ຖືກຍົກສະຖານະຂຶ້ນເປັນສະຖາບັນ ເຕັກໂນໂລຊີ ສຸດສະກະ ແລະ ໄດ້ຮັບການອະນຸມັດເປີດການຮຽນ-ການສອນຫຼັກສູດໃນລະດັບປະລິນຍາຕີທຸກສາຂາວິຊາ.