ຫຼັກສູດປະລິນຍາຕີວິທະຍາສາດຄອມພິວເຕີ ສາຂາການສ້າງໂປຣແກຣມຄອມພິວເຕີ

ພາບລວມ

ສະຖານບັນ ເຕັກໂນໂລຊີ ສຸດສະກະ ເລັງເຫັນຄວາມຈຳເປັນໃນການສ້າງ ຫຼັກສູດປະລິນຍາຕີວິທະຍາສາດຄອມພິວເຕີ ສາຂາການສ້າງໂປຣແກຣມຄອມພິວເຕີ ເພື່ອໃຊ້ເປັນບ່ອນສິດສອນພະນັກງານ ແລະ ນັກສຶກສາ ໂດຍໃຫ້ນັກສຶກສາຮຽນຮູ້ ແລະ ເພີ່ມພູນຄວາມຮູ້ ຄວາມສາມາດທາງດ້ານ ການສ້າງໂປຣແກຣມຄອມພິວເຕີ ຊຶ່ງຈະເປັນເຄື່ອງມືໃນການປະກອບອາຊີບ ໂດຍນັກສຶກສາທີ່ຈົບແລ້ວສາມາດເຮັດວຽກໄດ້ທັນທີ ໂດຍບໍ່ຕ້ອງໄດ້ມີການຝຶກອົບຮົມເພີ່ມ. ການຮຽນແມ່ນເນັ້ນພາກປະຕິບັດຕົວຈິງ ເຊິ່ງເປັນໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານທີ່ມີຢູ່ໃນປະຈຸບັນ. ນັກສຶກສາສາມາດລົງເລິກຂະແໜງ ການທີ່ຕົນສົນໃຈໄດ້ ໃນການຄົ້ນຄວ້າຂຽນບົດຈົບຊັ້ນ ເຊິ່ງຈະມີການພັດທະນາໂປຣແກຣມ, ການສ້າງເວັບໄຊ້, ການອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບ ແລະ ການສ້າງແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍເປັນຕົ້ນ.

ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສາ:

  • ອະທິບາຍ ທິດສະດີ, ຫຼັກການ ແລະ ແນວຄວາມຄິດດ້ານສະຖາປັດຕະຍະກໍາທາງຄອມພິວເຕີ, ການອອກແບບ ແລະ ການພັດທະນາເຕັກໂນໂລຊີ;
  • ໄຈ້ແຍກບັນຫາ ແລະ ສິ່ງທ້າທາຍໃນການວິເຄາະ, ການອອກແບບລະບົບ, ການພັດທະນາໂປຣແກຣມ, ການສ້າງເວັບໄຊ້, ການອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບດິຈິຕອນ, ການສ້າງແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍ ແລະ ການຈັດການລະບົບຖານຂໍ້ມູນ;
  • ຜັນຂະຫຍາຍທັກສະທາງດ້ານສະຖາປັດຕະຍະກໍາຄອມພິວເຕີ, ເຕັກໂນໂລຊີໃນການອອກແບບ, ການສ້າງໂປຣແກຣມ, ການສ້າງເວບໄຊ້, ການອອກແບບຮູບກາບຟິກ, ການປະມວນຜົນຮູບພາບດິຈິຕອນ, ການສ້າງແອບພິເຄຊັ້ນໃນລະບົບປະຕິບັດງານແອນດອຍ, ການຈັດການລະບົບຖານຂໍ້ມູນ, ພາສາຕ່າງປະເທດ ຢ່າງມືອາຊີບ;
  • ຄົ້ນຄິດນະວັດຕະກໍາທາງດ້ານຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຕ່າງໆທີ່ກ່ຽວຂ້ອງທີ່ມີປະສິດທິພາບ, ຄຸນນະພາບ ແລະ ທັນສະໄໝ;
  • ນໍາໃຊ້ ທິດສະດີ, ອຸປະກອນ ແລະ ເຄື່ອງມືທາງດ້ານການພັດທະນາໂປຣແກຣມຄອມພິວເຕີທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານຕົວຈິງ;
  • ສ້າງໂປຣແກຣມ, ເວັບໄຊ້, ແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍ, ອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບດິຈິຕອນ ແລະ ຈັດການລະບົບຖານຂໍ້ມູນ;
  • ຄວບຄຸມວຽກງານທາງດ້ານການພັດທະນາໂປຣແກຣມຄອມພິວເຕີຂອງອົງການ, ສັງຄົມ, ທັງພາຍໃນ, ພາກພື້ນ ແລະ ສາກົນ;
  • ພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ;
  • ຜັນຂະຫຍາຍທັກສະ ແລະ ຫຼັກການຮຽນຮູ້ຕະຫຼອດຊີວິດ ເຂົ້າໃນການດໍາລົງຊີວິດ ແລະ ການປະຕິບັດວຽກງານ.

ສາຂາການສ້າງໂປຣແກຣມຄອມພິວເຕີ

ຫຼັກສູດຊັ້ນປະລິນຍາຕີສາຂາການສ້າງໂປຣແກຣມຄອມພິວເຕີ ນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດໃນພັດທະນາໂປຣແກຣມ, ການສ້າງເວັບໄຊ້, ການອອກແບບຮູບກຣາບຟິກ, ການປະມວນຜົນຮູບພາບ ແລະ ການສ້າງແອບພລີເຄຊັ້ນໃນລະບົບປະຕິບັດການແອນດຣອຍ ແລະ ສາມາດພັດທະນາຕົນເອງໃຫ້ທັນກັບສະພາບການປ່ຽນແປງຂອງໂລກເທັກໂນໂລຢີຂໍ້ມູນຂ່າວສານໄດ້.

Programming Technology Course

ວິຊາຄວາມຮູ້ພື້ນຖານ

ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາ ແລະ ວັດທະນະທຳລາວ, ກົດໝາຍພື້ນຖານ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ ແລະ ພື້ນຖານກ່ຽວກັບເລກ.

ວິຊາຫຼັກ

ວິຊາຫຼັກແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.

ວິຊາຫຼັກກ່ຽວກັບວິສະວະກໍາຊອບແວ

ບັນດາວິຊາດັ່ງກ່າວນີ້ແມ່ນເນັ້ນຝຶກໃຫ້ນັກສຶກສາມີທັກສະ ແລະ ຄວາມສາມາດດ້ານການວິເຄາະ, ອອກແບບ ແລະ ພັດທະນາລະບົບ ທີ່ຈຳເປັນໃນການພັດທະນາລະບົບເຕັກໂນໂລຢີຂໍ້ມູນຂ່າວສານທີ່ນຳໃຊ້ໃນອົງການຕ່າງໆ.

ວິຊາເລືອກ

ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຄວາມຊຳນານໄດ້ ເຊິ່ງຈະກ່າຍເປັນຂະແໜງການລົງເລິກຂອງຕົນ.

ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄວ້າຈົບຊັ້ນ

ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.

ການຮຽນ-ການສອນ:

ໄລຍະເວລາ: 4 ປີ (8 ເທີມ)
ເປີດຮຽນ: ເດືອນຕຸລາ ຫາ ເດືອນກໍລະກົດ
ເງື່ອນໄຂ: ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7)
ວິທະຍາເຂດ: ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ

ໜ່ວຍກິດ:

  • ວິຊາຄວາມຮູ້ພື້ນຖານ 16 ໜ່ວຍກິດ
  • ວິຊາຫຼັກ 44 ໜ່ວຍກິດ
  • ວິຊາຫຼັກກ່ຽວກັບວິສະວະກໍາຊອບແວ 72 ໜ່ວຍກິດ
  • ວິຊາເລືອກ 3 ໜ່ວຍກິດ
  • ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ 9 ໜ່ວຍກິດ
  • ທັງໝົດ 144 ໜ່ວຍກິດ