ສະຖານບັນ ເຕັກໂນໂລຊີ ສຸດສະກະ ເລັງເຫັນຄວາມຈຳເປັນໃນຫລັກສູດປະລິນຍາຕີນິເທດສາດສາຂານິເທດສາດ ເພື່ອໃຊ້ເປັນບ່ອນສິດສອນພະນັກງານ ແລະ ນັກສຶກສາ ໂດຍໃຫ້ນັກສຶກສາຮຽນຮູ້ ແລະ ເພີ່ມພູນຄວາມຮູ້ ຄວາມສາມາດທາງດ້ານ ຫລັກສູດປະລິນຍາຕີນິເທດສາດ ສາຂານິເທດສາດ ຊຶ່ງຈະເປັນເຄື່ອງມືໃນການປະກອບອາຊີບ ໂດຍນັກສຶກສາທີ່ຈົບແລ້ວສາມາດເຮັດວຽກໄດ້ທັນທີ ໂດຍບໍ່ຕ້ອງໄດ້ມີການຝຶກອົບຮົມເພີ່ມ. ການຮຽນແມ່ນເນັ້ນພາກປະຕິບັດຕົວຈິງ ເຊິ່ງເປັນໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານທີ່ມີຢູ່ໃນປະຈຸບັນ. ນັກສຶກສາສາມາດລົງເລິກຂະແໜງ ການທີ່ຕົນສົນໃຈໄດ້ ໃນການຄົ້ນຄວ້າຂຽນບົດຈົບຊັ້ນ ເຊິ່ງຈະມີຄົ້ນຄວ້າຂຽນບົດຈົບຊັ້ນ ກ່ຽວກັບການຜະລິດຮູບເງົາ, ສາລະຄະດີ, ສ້າງພາບເຄື່ອນໄຫວ 3 ມິຕິ (3D Animation) ຫຼື ແອັນນິເມເຊິນ ແລະ ສາມາດຄວບຄຸມການສ້າງສື່ບັນເທິງໄດ້ລະດັບມາດຕະຖານສາກົນ.
ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສ:
ຫລັກສູດປະລິນຍາຕີນິເທດສາດ ສາຂານິເທດສາດນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດການການຂຽນບົດ ການກຳກັບ ການບໍລິຫານວຽກ ໃນກອງຖ່າຍ ການກຳກັບດ້ານສິນລະປະ ການຖ່າຍທໍາ ການລໍາດັບພາບ ການບັນທຶກແລະອອກແບບສຽງ ຕະຫຼອດຮອດຂັ້ນຕອນການເຮັດວຽກຫຼັງການຖ່າຍທໍາ. ສໍາລັບດ້ານກະຕູນ ຫຼັກສູດເນັ້ນ ຝຶກໃຫ້ນັກສຶກສາມີຄວາມຊໍານານດ້ານ ການສ້າງພາບເຄື່ອນໄຫວ 3 ມິຕິ (Animation) ຫຼື ແອັນນິເມເຊິນ, ຄວບຄຸມການສ້າງແອັນນິເມເຊິນ ການສ້າງສຽງແລະດົນຕີສໍາລັບສື່ດິຈິຕອນ ແລະ ສ້າງສັນສື່ປະສົມ.
ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາຕ່າງປະເທດ, ກົດໝາຍພື້ນຖານ, ກົດໝາຍສື່ສານມວນຊົນ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ ແລະ ພື້ນຖານກ່ຽວກັບເລກ.
ວິຊາຫຼັກແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.
ບັນດາວິຊາດັ່ງກ່າວນີ້ແມ່ນເນັ້ນຝຶກໃຫ້ນັກສຶກສາມີທັກສະ ແລະ ຄວາມສາມາດດ້ານການສ້າງຮູບເງົາ, ສາລະຄະດີ, ແອນນິເມຊັນ ແລະ ສື່ໂຄສະນາ, ການວິໄຈນິເທດສາດ, ການໃນການນໍາໃຊ້ອຸປະກອນ, ເຄື່ອງມືການຖ່າຍທໍາ, ໂປແກຣມຄອມພິວເຕີ ແລະ ໃນການສ້າງຮູບເງົາ, ສາລະຄະດີ ແລະ ສໍາລັບດ້ານກະຕູນ ຫຼັກສູດເນັ້ນ ຝຶກໃຫ້ນັກສຶກສາມີຄວາມຊໍານານດ້ານ ການສ້າງພາບເຄື່ອນໄຫວ 3 ມິຕິ (Animation) ຫຼື ແອັນນິເມເຊິນ, ຄວບຄຸມການສ້າງແອັນນິເມເຊິນ ການສ້າງສຽງແລະດົນຕີສໍາລັບສື່ດິຈິຕອນ ແລະ ສ້າງສັນສື່ປະສົມ.
ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຊຳນານໄດ້ ເຊິ່ງຈະກ່າຍເປັນຂະແໜງການລົງເລິກຂອງຕົນ.
ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.
ໄລຍະເວລາ: | 4 ປີ (8 ເທີມ) |
---|---|
ເປີດຮຽນ: | ເດືອນຕຸລາ ຫາ ເດືອນກໍລະກົດ |
ເງື່ອນໄຂ: | ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7) |
ວິທະຍາເຂດ: | ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ |