ຫລັກສູດປະລິນຍາຕີນິເທດສາດ ສາຂານິເທດສາດ


ພາບລວມ

ສະຖານບັນ ເຕັກໂນໂລຊີ ສຸດສະກະ ເລັງເຫັນຄວາມຈຳເປັນໃນຫລັກສູດປະລິນຍາຕີນິເທດສາດສາຂານິເທດສາດ ເພື່ອໃຊ້ເປັນບ່ອນສິດສອນພະນັກງານ ແລະ ນັກສຶກສາ ໂດຍໃຫ້ນັກສຶກສາຮຽນຮູ້ ແລະ ເພີ່ມພູນຄວາມຮູ້ ຄວາມສາມາດທາງດ້ານ ຫລັກສູດປະລິນຍາຕີນິເທດສາດ ສາຂານິເທດສາດ ຊຶ່ງຈະເປັນເຄື່ອງມືໃນການປະກອບອາຊີບ ໂດຍນັກສຶກສາທີ່ຈົບແລ້ວສາມາດເຮັດວຽກໄດ້ທັນທີ ໂດຍບໍ່ຕ້ອງໄດ້ມີການຝຶກອົບຮົມເພີ່ມ. ການຮຽນແມ່ນເນັ້ນພາກປະຕິບັດຕົວຈິງ ເຊິ່ງເປັນໄປຕາມຄວາມຕ້ອງການຂອງຕະຫຼາດແຮງງານທີ່ມີຢູ່ໃນປະຈຸບັນ. ນັກສຶກສາສາມາດລົງເລິກຂະແໜງ ການທີ່ຕົນສົນໃຈໄດ້ ໃນການຄົ້ນຄວ້າຂຽນບົດຈົບຊັ້ນ ເຊິ່ງຈະມີຄົ້ນຄວ້າຂຽນບົດຈົບຊັ້ນ ກ່ຽວກັບການຜະລິດຮູບເງົາ, ສາລະຄະດີ, ສ້າງພາບເຄື່ອນໄຫວ 3 ມິຕິ (3D Animation) ຫຼື ແອັນນິເມເຊິນ ແລະ ສາມາດຄວບຄຸມການສ້າງສື່ບັນເທິງໄດ້ລະດັບມາດຕະຖານສາກົນ.

ສິ່ງທີ່ນັກສຶກສາຈະໄດ້ຮັບຫຼັງຈາກຈົບການສຶກສ:

  • ອະທິບາຍ ແລະ ວິເຄາະທິດສະດີ, ຫຼັກການ ແລະ ແນວຄວາມຄິດທາງດ້ານການສ້າງ, ການຜະລິດ ຮູບເງົາ, ສາລະຄະດີ, ແອນນິເມຊັ້ນ ແລະ ສື່ໂຄສະນາ ປະເພດຕ່າງໆ;
  • ໄຈ້ແຍກບັນຫາ ແລະ ສິ່ງທ້າທາຍໃນການໃນ ການຂຽນບົດຮູບເງົາ, ການກໍາກັບ, ການບໍລິຫານວຽກໃນກອງຖ່າຍ, ການກຳກັບດ້ານສິນລະປະ, ການຖ່າຍທໍາ, ການຕັດຕໍ່ວີດີໂອ, ການບັນທຶກ ແລະ ອອກແບບສຽງ ຕະຫຼອດຮອດຂັ້ນຕອນການເຮັດວຽກຫຼັງການຖ່າຍທໍາ ເພື່ອໃຫ້ໄດ້ຜົນງານອອກມາເປັນທີ່ສົນໃຈຂອງສັງຄົມ;
  • ຜັນຂະຫຍາຍທັກສະທາງດ້ານການຂຽນບົດຮູບເງົາ, ການກໍາກັບ, ການບໍລິຫານວຽກໃນກອງຖ່າຍ, ການກຳກັບດ້ານສິນລະປະ, ການຖ່າຍທໍາ, ການຕັດຕໍ່ວີດີໂອ, ການບັນທຶກ ແລະ ອອກແບບສຽງ ແລະ ພາສາຕ່າງປະເທດຢ່າງມືອາຊີບ;
  • ຄົ້ນຄິດນະວັດຕະກໍາທາງດ້ານລະບົບເຄືອຂ່າຍຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຕ່າງໆທີ່ກ່ຽວຂ້ອງທີ່ມີປະສິດທິພາບ, ຄຸນນະພາບ ແລະ ທັນສະໄໝ;
  • ນໍາໃຊ້ ທິດສະດີ, ອຸປະກອນ ແລະ ເຄື່ອງມືທາງດ້ານນິເທດສາດທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານຕົວຈິງ;
  • ວິເຄາະ ແລະ ອອກແບບ ການຂຽນບົດຮູບເງົາ, ການກໍາກັບ, ການບໍລິຫານວຽກໃນກອງຖ່າຍ, ການກຳກັບດ້ານສິນລະປະ, ການຖ່າຍທໍາ, ການຕັດຕໍ່ວີດີໂອ, ການບັນທຶກ ແລະ ອອກແບບສຽງ;
  • ຄວບຄຸມວຽກງານທາງດ້ານນິເທດສາດຂອງອົງການ, ສັງຄົມ, ທັງພາຍໃນ, ພາກພື້ນ ແລະ ສາກົນ;
  • ໃຫ້ຄໍາປຶກສາກ່ຽວກັບວຽກງານທາງດ້ານນິເທດສາດ ບົນພື້ນຖານ ແລະ ຫຼັກການທີ່ມີຈັນຍາບັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ ແລະ ສັງຄົມ;
  • ພັດທະນາທັກສະຄວາມເປັນຜູ້ນໍາ ແລະ ການເຮັດວຽກເປັນໝູ່ຄະນະເຂົ້າໃນການປະຕິບັດວຽກງານ ແລະ ການແກ້ໄຂບັນຫາຕົວຈິງຢ່າງມີປະສິດທິພາບ.

ສາຂານິເທດສາດ

ຫລັກສູດປະລິນຍາຕີນິເທດສາດ ສາຂານິເທດສາດນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດການການຂຽນບົດ ການກຳກັບ ການບໍລິຫານວຽກ ໃນກອງຖ່າຍ ການກຳກັບດ້ານສິນລະປະ ການຖ່າຍທໍາ ການລໍາດັບພາບ ການບັນທຶກແລະອອກແບບສຽງ ຕະຫຼອດຮອດຂັ້ນຕອນການເຮັດວຽກຫຼັງການຖ່າຍທໍາ. ສໍາລັບດ້ານກະຕູນ ຫຼັກສູດເນັ້ນ ຝຶກໃຫ້ນັກສຶກສາມີຄວາມຊໍານານດ້ານ ການສ້າງພາບເຄື່ອນໄຫວ 3 ມິຕິ (Animation) ຫຼື ແອັນນິເມເຊິນ, ຄວບຄຸມການສ້າງແອັນນິເມເຊິນ ການສ້າງສຽງແລະດົນຕີສໍາລັບສື່ດິຈິຕອນ ແລະ ສ້າງສັນສື່ປະສົມ.

Programming Technology Course

ວິຊາຄວາມຮູ້ພື້ນຖານ

ວິຊາຄວາມຮູ້ພື້ນຖານທີ່ນັກສຶກສາຈະໄດ້ຮຽນມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີຄວາມຮູ້ພື້ນຖານດ້ານພາສາຕ່າງປະເທດ, ກົດໝາຍພື້ນຖານ, ກົດໝາຍສື່ສານມວນຊົນ, ລະບົບການເມືອງລາວ, ຈິດຕະວິທະຍາ, ສະພາບແວດລ້ອມ, ສັງຄົມວິທະຍາ, ປັດຊະຍາ, ຄອມພິວເຕີ ແລະ ພື້ນຖານກ່ຽວກັບເລກ.

ວິຊາຫຼັກ

ວິຊາຫຼັກແມ່ນວິຊາບັງຄັບຂອງຫຼັກສູດດັ່ງກ່າວ ເຊິ່ງມີເປົ້າໝາຍເພື່ອຝຶກໃຫ້ນັກສຶກສາມີທັກສະທີ່ຈໍາເປັນໃນການປະຕິບັດວຽກງານໃນສະພາບແວດລ້ອມທີ່ມີການປ່ຽນແປງຢູ່ຕະຫຼອດເວລາ. ນັກສຶກສາຈະໄດ້ຮັບການຝຶກ ແລະ ສາມາດພັດທະນາຕົນເອງກ່ຽວກັບທັກສະທາງດ້ານການວິເຄາະບັນຫາ, ສາມາດແກ້ໄຂປັນຫາດ້ວຍວິທີທີ່ສ້າງສັນ, ສາມາດສື່ສານກັບບຸກຄົນອື່ນໄດ້ຢ່າງມີປະສິດທິພາບ ແລະ ສາມາດນຳພາສະມາຊິກຂອງກຸ່ມ ຫຼື ໜ່ວຍງານປະຕິບັດໜ້າທີ່ໄດ້ຢ່າງປະສົບຜົນສຳເລັດ.

ວິຊາຫຼັກກ່ຽວກັບນິເທດສາດ ສາຂານິເທດສາດ

ບັນດາວິຊາດັ່ງກ່າວນີ້ແມ່ນເນັ້ນຝຶກໃຫ້ນັກສຶກສາມີທັກສະ ແລະ ຄວາມສາມາດດ້ານການສ້າງຮູບເງົາ, ສາລະຄະດີ, ແອນນິເມຊັນ ແລະ ສື່ໂຄສະນາ, ການວິໄຈນິເທດສາດ, ການໃນການນໍາໃຊ້ອຸປະກອນ, ເຄື່ອງມືການຖ່າຍທໍາ, ໂປແກຣມຄອມພິວເຕີ ແລະ ໃນການສ້າງຮູບເງົາ, ສາລະຄະດີ ແລະ ສໍາລັບດ້ານກະຕູນ ຫຼັກສູດເນັ້ນ ຝຶກໃຫ້ນັກສຶກສາມີຄວາມຊໍານານດ້ານ ການສ້າງພາບເຄື່ອນໄຫວ 3 ມິຕິ (Animation) ຫຼື ແອັນນິເມເຊິນ, ຄວບຄຸມການສ້າງແອັນນິເມເຊິນ ການສ້າງສຽງແລະດົນຕີສໍາລັບສື່ດິຈິຕອນ ແລະ ສ້າງສັນສື່ປະສົມ.

ວິຊາເລືອກ

ໃນຕອນທ້າຍຂອງຫຼັກສູດ ນັກສຶກສາ ສາມາດເລືອກຮຽນວິຊາເລືອກທີ່ຕົນມັກ ແລະ ມີຊຳນານໄດ້ ເຊິ່ງຈະກ່າຍເປັນຂະແໜງການລົງເລິກຂອງຕົນ.

ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄວ້າຈົບຊັ້ນ

ສິ່ງທີ່ສຳຄັນອີກຢ່າງໜຶ່ງຂອງຫຼັກສູດນີ້ ແມ່ນນັກສຶກສາຈະຕ້ອງໄດ້ລົງຝຶກງານຕົວຈິງກັບບໍລິສັດ ຫຼື ອົງການຕ່າງໆ ໃນຕອນທ້າຍຂອງການຮຽນ ເພື່ອໃຫ້ນັກສຶກສາໄດ້ມີປະສົບການການເຮັດວຽກຕົວຈິງໃນຂະແໜງການທີ່ຕົນໄດ້ຮໍ່າຮຽນ ແລະ ທັງສາມາດຮຽນຮູ້ເຖິງວັດທະນະທຳ ແລະ ວິທີປະຕິບັດໃນທຸລະກິດຕົວຈິງ. ໄລຍະເວລາການຝຶກອົບຮົມຕໍ່າສຸດແມ່ນ 2 ເດືອນ. ໃນລະຫວ່າງ ແລະ ພາຍຫຼັງຈາກການລົງຝຶກງານ, ນັກສຶກສາຈະຕ້ອງໄດ້ຂຽນບົດຄົ້ນຄວ້າຈົບຫຼັກສູດຂອງຕົນ ເຊິ່ງມີຫົວຂໍ້ກ່ຽວຂ້ອງກັບຂະແໜງການຮຽນຂອງຕົນ.

ການຮຽນ-ການສອນ:

ໄລຍະເວລາ: 4 ປີ (8 ເທີມ)
ເປີດຮຽນ: ເດືອນຕຸລາ ຫາ ເດືອນກໍລະກົດ
ເງື່ອນໄຂ: ຜູ້ຕ້ອງການສຶກສາແມ່ນຕ້ອງຈົບການສຶກສາໃນລະດັບສາມັນ (ມໍ 7)
ວິທະຍາເຂດ: ວິທະຍາເຂດໂພນພະເນົາ ແລະ ວິທະຍາເຂດໂພນສີນວນ

ໜ່ວຍກິດ:

  • ວິຊາຄວາມຮູ້ພື້ນຖານ 16 ໜ່ວຍກິດ
  • ວິຊາຫຼັກ 39 ໜ່ວຍກິດ
  • ວິຊາຫຼັກກ່ຽວກັບວິສະວະກໍາຊອບແວ 63 ໜ່ວຍກິດ
  • ວິຊາເລືອກ 3 ໜ່ວຍກິດ
  • ການຝຶກງານຕົວຈິງ ແລະ ຂຽນບົດຄົ້ນຄ້ວາຈົບຊັ້ນ 9 ໜ່ວຍກິດ
  • ທັງໝົດ 130 ໜ່ວຍກິດ