ທ້າວ ວັນນະສອນ ອ້ວນລາສີ ນັກສຶກສາ ພາກວິຊາ ບໍລິຫານທຸລະກິດ ແລະ ເສດຖະສາດ ສະຖາບັນ ເຕັກໂນໂລຊີ ສຸດສະກະ ທີ່ສາມາດຍາດໄດ້ ອັນດັບທີ 1 (ລາງວັນຊະນະເລີດ) ການແຂ່ງຂັນການນຳສະເຫນີໄອເດຍທາງທຸລະກິດໃນຫົວຂໍ້ Fintech & E-Commerce ໃນງານ Startup Weekend - Fintech & E-Commerce Edition ເປັນກິດຈະກຳ Hackathon ທີ່ຈັດໂດຍ FINA ທີ່ຢາກຈະສົ່ງເສີມ ແລະ ເປີດເວທີໃຫ້ກັບຄົນຮຸ່ນໃໝ່ ໄດ້ເຂົ້າມາລະດົມຄວາມຄິດເພື່ອສ້າງນະວັດຕະກຳໃໝ່ໆ ໃຫ້ກັບທຸລະກິດທາງດ້ານການເງິນ ແລະ ການຄ້າອອນລາຍ