ໝວດທີ 1

ວ່າດ້ວຍເງື່ອນໄຂ ແລະ ວິທີການຄັດເລືອກນັກສຶກສາເຂົ້າຮຽນ

ມາດຕາ 1: ເງື່ອນໄຂຂອງຜູ້ທີ່ສະມັກເຂົ້າເປັນນັກສຶກສາ
ບຸກຄົນທີ່ມີຈຸດປະສົງຈະເຂົ້າສຶກສາຫຼັກສູດ ຊັ້ນສູງ ຫຼື ປະລິນຍາຕີ ທີ່ສະຖາບັນ ເຕັກໂນໂລຊີ ສຸດສະກະ ຕ້ອງມີເງື່ອນໄຂດັ່ງຕໍ່ໄປນີ້:
1.1 ຕ້ອງແມ່ນຜູ້ທີ່ສຳເລັດລະດັບການສຶກສາຊັ້ນມັດທະຍົມສຶກສາຕອນປາຍ ຫຼື ທຽບເທົ່າ ແລະ ອາຊີວະສຶກສາຊັ້ນກາງ ຫຼື ທຽບເທົ່າ;
1.2 ຕ້ອງເປັນຄົນທີ່ມີຄວາມສາມາດທາງດ້ານການປະພຶດ ແລະ ບໍ່ແມ່ນຄົນພິການທາງສາຍຕາ, ຫູໜວດ, ປາກກືກ;
1.3 ຕ້ອງບໍ່ມີປະຫວັດເຂົ້າຮ່ວມ ຫຼື ຈັດການເຄື່ອນໄຫວ ຫຼື ມີແນວຄິດຕ້ານກັບອຳນາດການປົກຄອງບ້ານເມືອງ;
1.4 ຕ້ອງບໍ່ມີພະຍາດຕິດແປດ ເຊິ່ງຈະຕ້ອງມີການຢັ້ງຢືນໂດຍແພດ;
1.5 ຕ້ອງບໍ່ແມ່ນຄົນທີ່ເສບສິ່ງເສບຕິດຕ່າງໆ;
1.6 ຕ້ອງມີຄວາມຮູ້ພື້ນຖານດ້ານພາສາອັງກິດໃນລະດັບໜຶ່ງ.
ມາດຕາ 2: ວິທີການຄັດເລືອກນັກສຶກສາເຂົ້າຮຽນ
ບຸກຄົນທີ່ຈະເຂົ້າສຶກສາໃນຫຼັກສູດຊັ້ນສູງ ຫຼື ປະລິນຍາຕີ ທີ່ສະຖາບັນ ເຕັກໂນໂລຊີ ສຸດສະກະ ຕ້ອງປະຕິບັດຕາມ ວິທີການຄັດເລືອກນັກສຶກສາເຂົ້າຮຽນ ຂອງສະຖາບັນດັ່ງນີ້:
2.1 ຜູ້ສະໝັກທຸກຄົນຕ້ອງຜ່ານການສອບເສັງວັດລະດັບພາສາອັງກິດ, ພາສາລາວ, ຄວາມຮູ້ທົ່ວໄປ ແລະຄະນິດສາດທົ່ວໄປ ທີ່ທາງສະຖາບັນຈັດຂື້ນ;
2.2 ສະຖາບັນຈະຄັດເລືອກເອົານັກສຶກສາຜູ້ທີ່ມີຄະແນນສູງສຸດ (ຈາກຜູ້ທີ່ມີຄະແນນ 50% ຂື້ນໄປສໍາລັບຫລັກສູດຊັ້ນສູງ ແລະ 70% ຂຶ້ນໄປສໍາລັບຫລັກສູດປະລິນຍາຕີ) ລຽນລໍາດັບລົງໄປຈົນໄດ້ຕາມຈໍານວນ ທີ່ທາງສະຖາບັນສາມາດຮັບເຂົ້າຮຽນໃນຫຼັກສູດຕ່າງໆຂອງສະຖາບັນໄດ້;
2.3 ທາງສະຖາບັນ ຈະຈັດໃຫ້ນັກສຶກສາທີ່ໄດ້ຮັບການຄັດເລືອກເຂົ້າຮຽນໃນປີທີ 1 ຂອງສົກຮຽນດັ່ງກ່າວ;
2.4 ນັກສຶກສາທີ່ຜ່ານການຄັດເລືອກເຂົ້າຮຽນ ຕ້ອງປະກອບເອກະສານທີ່ສະຖາບັນ ກຳນົດອອກຢ່າງຄົບຖ້ວນ.

ໝວດທີ 2

ວ່າດ້ວຍການລົງທະບຽນຮຽນ ແລະ ການປະເມີນຜົນການຮຽນ

ມາດຕາ 3: ການລົງທະບຽນຮຽນ
ນັກສຶກສາທີ່ເຂົ້າຮຽນຢູ່ໃນຫຼັກສູດ ຊັ້ນສູງ ຫຼື ປະລິນຍາຕີ ຕ້ອງໄດ້ຮຽນໄປຕາມຈໍານວນວິຊາ ແລະ ຈໍານວນໜ່ວຍກິດ ທີ່ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ຈັດໄວ້ໃຫ້ຮຽນໃນແຕ່ລະພາກຮຽນ ຂອງແຕ່ລະສົກຮຽນ ຈົນຄົບໜ່ວຍກິດທັງໝົດຂອງຫລັກສູດດັ່ງກ່າວ ແລະ ເຮັດບົດໂຄງການຈົບຫລັກສູດ ພ້ອມການປ້ອງກັນບົດໂຄງການຈົບຫລັກສູດ ຈິ່ງຈະຖືວ່າຮຽນຈົບຫຼັກສູດ ຫລື ສາຂາຮຽນດັ່ງກ່າວ.
ມາດຕາ 4: ການເຂົ້າຮ່ວມຮຽນໃນຫ້ອງຮຽນ
ນັກສຶກສາທຸກຄົນຕ້ອງໃຊ້ເວລາເຂົ້າຮ່ວມຮຽນໃນຫ້ອງຮຽນ ບໍ່ຕໍ່າກວ່າ 70% ຂອງເວລາຮຽນທັງໝົດໃນແຕ່ລະວິຊາ ຈຶ່ງຈະມີສິດເຂົ້າສອບເສັງວິຊານັ້ນ. ຖ້າຂາດຮຽນກາຍ 30% ຂອງຊົ່ວໂມງຮຽນທັງໝົດໃນວິຊາດັ່ງກ່າວ ຈະຖືກຕັດສິດເຂົ້າຫ້ອງເສັງ ໂດຍບໍ່ມີເງື່ອນໄຂ. ກໍລະນີມີເຫດສຸກເສີນເກີດຂຶ້ນບໍ່ໄດ້ກໍານົດໄວ້ລ່ວງໜ້າ ເຮັດໃຫ້ບໍ່ສາມາດມາເສັງໄດ້, ນັກສຶກສາຕ້ອງແຈ້ງເປັນລາຍລັກອັກສອນ ແລະ ຫລັກຖານປະກອບມາຢື່ນຕໍ່ຫ້ອງການບໍລິຫານ ສະຖາບັນ ເຕັກໂນໂລຊີ ສຸດສະກະ ເພື່ອພິຈາລະນາແກ້ໄຂຕາມເຫດ ແລະ ຜົນ.
ມາດຕາ 5: ການປະເມີນຜົນການຮຽນຂອງນັກສຶກສາມີດັ່ງລຸ່ມນີ້:
5.1 ການປະເມີນຜົນການຮຽນຈະຖືກຈັດຂຶ້ນເມື່ອສິ້ນສຸດການຮຽນໃນແຕ່ລະພາກ;
5.2 ຜົນການຮຽນແມ່ນໃຫ້ປະເມີນຜົນການສອບເສັງຂອງແຕ່ລະພາກຮຽນພ້ອມກັບການສອບເສັງກາງພາກ, ການແກ້ບົດຝຶກຫັດ ແລະ ການປະເມີນຜົນໃນລັກສະນະອຶ່ນໆ ຊຶ່ງອາຈານທີ່ສອນວິຊາດັ່ງກ່າວ ຈະເປັນຜູ້ໃຫ້ຄະແນນ ໂດຍພິຈາລະນາຈາກຜົນການຮຽນຂອງນັກສຶກສາ ໃນແຕ່ລະວິຊາຕາມລະບຽບການ ທີ່ທາງສະຖາບັນ ໄດ້ກຳນົດອອກ;
5.3 ການສອບເສັງທຸກຄັ້ງແມ່ນໃຫ້ປະຕິບັດຕາມລະບຽບການສອບເສັງທີ່ທາງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ກຳນົດອອກ ພ້ອມທັງປະຕິບັດຕາມເງື່ອນໄຂດັ່ງລຸ່ມນີ້:
5.3.1 ນັກສຶກສາທີ່ລົງທະບຽນຮຽນຮຽບຮ້ອຍແລ້ວເທົ່ານັ້ນຈຶ່ງມີສິດສອບເສັງວິຊາທີ່ຕົນລົງທະບຽນຮຽນໄວ້;
5.3.2 ນັກສຶກສາທີ່ຂາດການສອບເສັງໃນວິຊາໃດໜຶ່ງ ທາງສະຖາບັນ ຈະຖືວ່າຜູ້ກ່ຽວບໍ່ຜ່ານວິຊານັ້ນຍົກເວັ້ນເສຍແຕ່ວ່າຜູ້ກ່ຽວຫາກບໍ່ສາມາດມາສອບເສັງໄດ້ຍ້ອນເກີດເຫດສຸດວິໄສ ເຊິ່ງທາງສະຖາບັນ; ອາດພິຈາລະນາໃຫ້ຜູ້ກ່ຽວເສັງຄືນໄດ້ຫາກເຫັນວ່າໃນການຂາດການສອບເສັງວິຊາດັ່ງກ່າວນັ້ນມີເຫດຜົນພຽງພໍ;
5.3.3 ການປະເມີນການຮຽນແຕ່ລະວິຊາໃຫ້ໃຊ້ລະບົບຄະແນນດັ່ງລຸ່ມນີ້:
ລະດັບ ຄວາມໝາຍ ຄ່າລະດັບ
ພາສາລາວ ພາສາອັງກິດ ພາສາລາວ ພາສາອັງກິດ
A ດີເລີດ Excellent 4
ຂ+ B+ ດີຫຼາຍ Very good 3,5
B ດີ Good 3
ຄ+ C+ ດີພໍໃຊ້ Fairly good 2,5
C ພໍໃຊ້ໄດ້ Fair 2
ງ+ D+ ອ່ອນ poor 1,5
D ອ່ອນຫຼາຍ Very poor 1
F ຕົກ Fail 0
ລະດັບ ຄວາມໝາຍ ຄ່າລະດັບ
ພາສາລາວ ພາສາອັງກິດ ພາສາລາວ ພາສາອັງກິດ
A ດີເລີດ Excellent 90-100%
ຂ+ B+ ດີຫຼາຍ Very good 80-89%
B ດີ Good 70-79%
ຄ+ C+ ດີພໍໃຊ້ Fairly good 60-69%
C ພໍໃຊ້ໄດ້ Fair 50-59%
ງ+ D+ ອ່ອນ poor 40-49%
D ອ່ອນຫຼາຍ Very poor 30-39%
F ຕົກ Fail 0-29%

ໝວດທີ 3

ວ່າດ້ວຍການຄິດໄລ່ໜ່ວຍກິດ ຄະແນນສະເລ່ຍສະສົມ ແລະ ການດຳເນີນປີຮຽນຂອງນັກສຶກສາ

ມາດຕາ 6: ການຄິດໄລ່ໜ່ວຍກິດ ແລະ ຄະແນນສະເລ່ຍສະສົມ
6.1 ໜ່ວຍກິດສະສົມແມ່ນຈໍານວນໜ່ວຍກິດທີ່ນັກສຶກສາໄດ້ລົງທະບຽນນັບແຕ່ເທີມທຳອິດຈົນເຖິງເທີມສຸດທ້າຍ ຂອງນັກສຶກສາເຊິ່ງເອົາຄ່າລະດັບຂອງແຕ່ລະວິຊາທີ່ມີຄ່າຕັ້ງແຕ່ D (1 ຄະແນນ) ຂຶ້ນໄປ;
6.2 ຄະແນນສະເລ່ຍສະສົມ (GPA) ແມ່ນນຳເອົາຜົນບວກຂອງຄ່າລະດັບໜ່ວຍກິດຂອງແຕ່ລະວິຊາທີ່ນັກສຶກສາລົງທະບຽນແລ້ວຫານໃຫ້ຜົນບວກຂອງໜ່ວຍກິດດັ່ງກ່າວ;
6.3 ຄ່າລະດັບແມ່ນໄດ້ມາຈາກການປ່ຽນຄະແນນການສອບເສັງຫຼື ການກວດກາຂອງແຕ່ລະວິຊາຮຽນຂອງນັກສຶກສາມາເປັນຄ່າລະດັບໂດຍອີງຕາມຕາຕະລາງທີ່ຢູ່ (ມາດຕາ 5).
ມາດຕາ 7: ການກໍານົດປີຮຽນຂອງນັກສຶກສາ ໂດຍອີງໃສ່ໜ່ວຍກິດ ແລະ ຄະແນນສະເລ່ຍສະສົມ
7.1 ສຳລັບຫຼັກສູດປະລິນຍາຕີ ລະລົບ 4 ປີ
7.1.1 ນັກສຶກສາປີທີ 1
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມຕໍ່າກວ່າ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນສະເລ່ຍສະສົມຕໍ່າກວ່າ 1,75 ໃຫ້ທຽບເທົ່າກັບປີທີ 1;
  • ນັກສຶກສາທີ່ມີຈໍານວນໜ່ວຍກິດແຕ່ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນສະເລ່ຍສະສົມແຕ່ 1,75 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 2.
7.1.2 ນັກສຶກສາປີທີ 2
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມຕໍ່າກວ່າ 95% ຂອງຈໍານວນໜ່ວຍກິດໃນປີທີ 1 ຫາປີທີ 2 ແລະ ມີຄະແນນສະເລ່ຍຕໍ່າກວ່າ 1,80 ໃຫ້ທຽບເທົ່າກັບປີທີ 2;
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມແຕ່ 95% ຂອງຈໍານວນໜ່ວຍກິດໃນປີທີ 1 ຫາປີທີ 2 ແລະ ມີຄະແນນສະເລ່ຍສະສົມແຕ່ 1,80 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 3.
7.1.3 ນັກສຶກສາປີທີ 3
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມຕໍ່າກວ່າ 97% ຂອງຈໍານວນໜ່ວຍກິດປີທີ 1 ຫາປີທີ 3 ແລະ ຄະແນນສະເລ່ຍສະສົມຕໍ່າກວ່າ 1,80 ໃຫ້ທຽບເທົ່າກັບປີທີ 3;
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມແຕ່ 97% ຂອງຈໍານວນໜ່ວຍກິດປີທີ 1 ຫາປີທີ 3 ແລະ ຄະແນນສະເລ່ຍສະສົມແຕ່ 1,80 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 4.
7.1.3 ນັກສຶກສາປີທີ 4
  • ນັກສຶກສາທີ່ມີຈຳນວນໜ່ວຍກິດສະສົມຕໍ່າກວ່າຈຳນວນໜ່ວຍກິດທີ່ໄດ້ກຳນົດໄວ້ໃນຫຼັກສູດ ແລະ ມີຄ່າສະເລ່ຍສະສົມຕໍ່າກວ່າ 2.00 ໃຫ້ທຽບເທົ່າປີທີ 4;
  • ນັກສຶກສາທີ່ສຳເລັດການສຶກສາໃນຫຼັກສູດປະລິນຍາຕີ ລະບົບ 04 ປີ ຕ້ອງມີຈຳນວນ ໜ່ວຍກິດ ສະສົມເທົ່າກັບຈຳນວນໜ່ວຍກິດທີ່ໄດ້ກຳນົດໄວ້ໃນຫຼັກສູດ ແລະ ມີຄ່າລະດັບສະເລ່ຍສະສົມແຕ່ 2.00 ຂຶ້ນໄປ ແລະ ມີຄຸນສົມບັດດີ.
7.2 ສຳລັບຫຼັກສູດຊັ້ນສູງ ລະບົບ 3 ປີ
7.2.1 ນັກສຶກສາປີທີ 1
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມຕໍ່າກວ່າ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນສະເລ່ຍສະສົມຕໍ່າກວ່າ 1,75 ໃຫ້ທຽບເທົ່າກັບປີທີ 1;
  • ນັກສຶກສາທີ່ມີຈໍານວນໜ່ວຍກິດແຕ່ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ແລະ ມີຄະແນນສະເລ່ຍສະສົມແຕ່ 1,75 ຂຶ້ນໄປ ໃຫ້ທຽບເທົ່າກັບປີທີ 2.
7.2.2 ນັກສຶກສາປີທີ 2
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມຕໍ່າກວ່າ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ບວກປີທີ 2 ແລະ ມີຄະແນນສະເລ່ຍສະສົມແຕ່ປີທີ 1 ຫາປີທີ 2 ຕໍ່າກວ່າ 1,90 ໃຫ້ທຽບເທົ່າກັບປີທີ 2;
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມແຕ່ 90% ຂອງຈໍານວນໜ່ວຍກິດໃນປີທີ 1 ບວກປີທີ 2 ແລະ ມີຄະແນນສະເລ່ຍສະສົມແຕ່ປີທີ 1 ຫາປີທີ 2 ແຕ່ 1,90 ຂຶ້ນໄປໃຫ້ທຽບເທົ່າກັບປີທີ 3.
7.2.3 ນັກສຶກສາປີທີ 3
  • ນັກສຶກສາທີ່ມີຈໍານວນໜ່ວຍກິດສະສົມຕໍ່າກວ່າຈໍານວນໜ່ວຍກິດ ທີ່ໄດ້ກຳນົດໄວ້ໃນຫຼັກສູດ ແລະ ມີຄະແນນສະເລ່ຍແຕ່ປີທີ 1 ຫາປີທີ 3 ຕໍ່າກວ່າ 2,00 ໃຫ້ທຽບເທົ່າກັບປີທີ 3;
  • ນັກສຶກສາທີ່ສຳເລັດການສຶກສາໃນລະດັບຊັ້ນສູງ ຕ້ອງມີຈໍານວນໜ່ວຍກິດສະສົມເທົ່າກັບຈໍານວນໜ່ວຍກິດທີ່ໄດ້ກຳນົດໄວ້ໃນຫຼັກສູດ ແລະ ມີຄະແນນສະສົມແຕ່ປີທີ 1 ຫາປີທີ 3 ແຕ່ 2,00 ຂື້ນໄປ ແລະ ມີຄຸນສົມບັດດີ.

ໝວດທີ 4

ວ່າດ້ວຍການລົງທະບຽນຮຽນຊໍ້າ, ການທຽບວິຊາຮຽນ, ການໂອນໜ່ວຍກິດ ແລະ ການໃຫ້ໃບປະກາສະນີຍະບັດ

ມາດຕາ 8: ການລົງທະບຽນຮຽນຊໍ້າ
8.1 ນັກສຶກສາທີ່ເສັງຕົກ (F) ອາດຈະຍ້ອນເສັງບໍ່ໄດ້ ຫຼື ເຮັດຜິດລະບຽບການສອບເສັງໃນວິຊາໃດໜຶ່ງ ຈະຕ້ອງລົງທະບຽນຮຽນຊໍ້າໃນວິຊານັ້ນອີກຈົນກ່ວາຈະເສັງຜ່ານ;
8.2 ນັກສຶກສາທີ່ເສັງຕົກ (F) ອາດຈະຍ້ອນເສັງບໍ່ໄດ້ ຫຼື ເຮັດຜິດລະບຽບການສອບເສັງອາດຈະລົງທະບຽນຮຽນຊໍ້າໃນວິຊານັ້ນອີກ ຫຼື ເລືອກລົງທະບຽນໃນວິຊາອື່ນແທນກໍ່ໄດ້;
8.3 ນັກສຶກສາສາມາດລົງທະບຽນຮຽນຄືນໃໝ່ແທນການລົງທະບຽນຮຽນຊໍ້າໃນວິຊາທີ່ເສັງບໍ່ຜ່ານນັ້ນກໍ່ໄດ້ ໃນກໍລະນີທີ່ທາງສະຖາບັນຈັດໃຫ້ມີການເສັງຄືນໃໝ່ໃນວິຊານັ້ນ ແຕ່ຜູ້ທີ່ຈະມີສິດເສັງຄືນໃໝ່ໄດ້ ຈະຕ້ອງມີຄະແນນສະເລ່ຍສະສົມຂື້ນຫ້ອງຖືກຕ້ອງ, ມາຮຽນບໍ່ຫຼຸດຈໍານວນຊົ່ວໂມງຮຽນທີ່ທາງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ກຳນົດໄວ້ ແລະ ບໍ່ເຮັດຜິດກົດລະບຽບຂອງທາງສະຖາບັນຢ່າງຮ້າຍແຮງ.
ມາດຕາ 9: ການທຽບວິຊາຮຽນ ແລະ ການໂອນໜ່ວຍກິດພາຍໃນ ສະຖາບັນ ເຕັກໂນໂລຊີ ສຸດສະກະ
9.1 ນັກສຶກສາທີ່ໄດ້ຮັບອະນຸມັດຈາກຜູ້ອຳນວຍການ ໃຫ້ຍ້າຍພາກວິຊາຮຽນໄດ້;
9.2 ນັກສຶກສາທີ່ພົ້ນສະພາບການເປັນນັກສຶກສາຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ແລະ ໄດ້ຮັບການອະນຸມັດໃຫ້ຄືນສະພາບເປັນນັກສຶກສາຂອງສະຖາບັນ;
9.3 ນັກສຶກສາທີ່ຈົບຫຼັກສູດປະລິນຍາຕີ ຫຼື ຊັ້ນສູງ ຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ແລະ ມີຈຸດປະສົງຢາກສຶກສາຕໍ່ໃນພາກວິຊາອື່ນ;
9.4 ວິທີຂໍທຽບ ແລະ ໂອນໜ່ວຍກິດໄດ້ໃນສະຖາບັນ ຕ້ອງມີເນື້ອໃນຄ້າຍຄືກັນ ຫຼື ສາມາດທຽບເທົ່າກັນໄດ້;
9.5 ວິຊາທີ່ຂໍທຽບ ແລະ ໂອນໜ່ວຍກິດໄດ້ພາຍໃນສະຖາບັນ ຕ້ອງເປັນວິຊາທີ່ສອບເສັງໄດ້ຕາມເກນການປະເມີນຜົນທີ່ທາງສະຖາບັນກໍານົດ.
ມາດຕາ 10: ການຮັບ ຫຼື ໂອນໜ່ວຍກິດ ຈາກສະຖາບັນ ການສຶກສາແຫ່ງອື່ນ
ການຮັບ ຫຼື ໂອນໜ່ວຍກິດຈາກສະຖາບັນການສຶກສາແຫ່ງອື່ນນັ້ນ ຈະອີງຕາມກົດລະບຽບຂອງກະຊວງສຶກສາທິການ (ຖ້າມີ) ແລະ ການຕົກລົງກັບສະຖາບັນການສຶກສາແຫ່ງອື່ນ ກ່ຽວກັບເນື້ອໃນລາຍລະອຽດວິຊາທີ່ກໍານົດ ແລະ ຈໍານວນໜ່ວຍກິດ ເພື່ອໃຫ້ສອດຄ່ອງກັນ.
ມາດຕາ 11: ການໃຫ້ປະກາສະນີຍະບັດ
ສະຖາບັນ ເຕັກໂນໂລຊີ ສຸດສະກະ ຈະມອບໃບປະກາສະນີຍະບັດໃຫ້ ນັກສຶກສາໄດ້ກໍ່ຕໍ່ເມື່ອ:
11.1 ນັກສຶກສາໄດ້ຮຽນຈົບຫຼັກສູດທີ່ທາງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ກໍານົດໄວ້ພ້ອມມີ ໜ່ວຍກິດ ແລະ ມີຄະແນນສະສົມຕາມຄາດໝາຍທີ່ລະບຸໄວ້ໃນຫຼັກສູດ;
11.2 ນັກສຶກສາທີ່ມີຄະແນນສະເລ່ຍສະສົມບໍ່ຕໍ່າກວ່າ 2.0 ເທົ່ານັ້ນຈຶ່ງຈະໄດ້ຮັບການສະເໜີຊື່ເພື່ອອະນຸມັດ ປະກາສະນີຍະບັດ. ສ່ວນຜູ້ທີ່ມີຄະແນນແຕ່ລະວິຊາເທົ່າກັບ F ຕ້ອງໄດ້ລົງທະບຽນຮຽນຄືນ ແລະ ບໍ່ສາມາດຂຽນບົດຈົບຊັ້ນໄດ້;
11.3 ນັກສຶກສາຕ້ອງເປັນຜູ້ມີການປະພຶດຮຽບຮ້ອຍດີ, ມີວັດທະນາທໍາ ແລະຄຸນນະທໍາ, ປະຕິບັດ ຕາມລະບຽບວິໄນທີ່ທາງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ໄດ້ກໍານົດໄວ້ຕະຫຼອດໄລຍະ ເວລາ ທີ່ສຶກສາຢູ່ ສະຖາບັນ ເຕັກໂນໂລຊີ ສຸດສະກະ;
11.4 ນັກສຶກສາທີ່ຂາດຄຸນສົມບັດ, ຜູ້ອໍານວຍການສະຖາບັນ ຈະບໍ່ສະເໜີຊື່ຜູ້ກ່ຽວຂ້ອງ ເພື່ອຂໍອະນຸມັດ ປະກາສະນີຍະບັດເດັດຂາດ ຫຼື ອາດຈະໂຈະການສະເໜີຊື່ໄວ້ໄລຍະໜຶ່ງ ເພື່ອເບິ່ງ ຜົນການປະພຶດທີ່ດີຂຶ້ີນ. ການໂຈະສະເໜີຊື່ຈະກະທໍາໄດ້ໂດຍບໍ່ເກີນ 2 ປີການສຶກສາ ແຕ່ຖ້າຜູ້ກ່ຽວບໍ່ຍອມປັບຕົວ ທາງສະຖາບັນ ເຕັກໂນໂລຊີ ສຸດສະກະ ກໍ່ຈະສືບຕໍ່ໂຈະການສະເໜີຊື່ຈົນກວ່າຈະປະພຶດຕົວດີ
ມາດຕາ 12: ການໃຫ້ປະກາສະນີຍະບັດກຽດນິຍົມ (ໃບປະກາດແດງ)
ສະຖາບັນ ເຕັກໂນໂລຊີ ສຸດສະກະ ຈະພິຈາລະນາໃຫ້ປະກາສະນີຍະບັດກຽດນິຍົມແກ່ນັກສຶກສາ ຜູ້ທີ່ມີຄຸນສົມບັດດັ່ງຕໍ່ໄປນີ້:
12.1 ເປັນນັກສຶກສາທີ່ຮຽນຈົບຫຼັກສູດຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ;
12.2 ບໍ່ໄດ້ໂອນໜ່ວຍກິດມາຈາກພາກວິຊາອື່ນໃນສະຖາບັນ ແລະ ສະຖາບັນການສຶກສາອື່ນ;
12.3 ມີໜ່ວຍກິດຄົບຕາມຫຼັກສູດພາຍໃນ 04 ປີ (ສໍາລັບຫຼັກສູດປະລິນຍາຕີ) ຫຼື 3 ປີ (ສໍາລັບຫຼັກສູດຊັ້ນສູງ) ຂອງສົກສຶກສາ ຫຼື 08 ພາກຮຽນ (ສໍາລັບຫຼັກສູດປະລິນຍາຕີ) ແລະ 06 ພາກຮຽນ (ສໍາລັບຫຼັກສູດຊັ້ນສູງ) ຂອງສົກສຶກສາປົກກະຕິ ແລະ ບໍ່ເຄີຍເສັງຕົກໃນວິຊາໃດເລີຍ;
12.4 ນັກສຶກສາຜູ້ທີ່ມີຄະແນນສະເລ່ຍສະສົມສຳລັບທຸກວິຊາຕັ້ງແຕ່ 3.50 ຂື້ນໄປຈະໄດ້ໃບປະກາສະນີຍະບັດກຽດນິຍົມ.