ສະຖາບັນ ເຕັກໂນໂລຊີ ສຸດສະກະ ແມ່ນມີລະບົບການບໍລິຫານ ແລະ ຊີ້ນຳໂດຍຄະນະກຳມະການສະຖາບັນ ເຊິ່ງມີອຳນາດຮັບຮອງນະໂຍບາຍ, ແຜນຍຸດທະສາດ, ແລະ ລະບຽບການຄຸ້ມຄອງພາຍໃນຂອງສະຖາບັນ. ນອກນັ້ນ, ຄະນະດັ່ງກ່າວຍັງມີອຳນາດຮັບຮອງເອົາຫຼັກສູດໃໝ່ ແລະ ແຜນງົບປະມານປະຈຳປີ.
ຄະນະກຳມະການສະຖາບັນ ຍັງມີໜ້າທີ່ອະນຸມັດມອບໃບປະກາດໃຫ້ແກ່ນັກສຶກສາທີ່ຮຽນຈົບຫຼັກສູດ ໂດຍການສະເໜີຂອງຄະນະບໍລິຫານສະຖາບັນ.
ຮູບສະແດງຂ້າງລຸ່ມນີ້ສະແດງໃຫ້ເຫັນເຖິງລະບົບການຈັດຕັ້ງຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ