ການເຊື່ອມໂຍງເນື້ອໃນຂອງສາດຕ່າງໆ ທີ່ມີຄວາມກ່ຽວຂ້ອງສຳພັນກັນ ເຊິ່ງເຮັດໃຫ້ຜູ້ຮຽນຮຽນຮູ້ທີ່ຈະປ່ຽນແປງພຶດຕິກຳ ແລະ ສາມາດນຳຄວາມຮູ້, ນຳທັກສະ ພ້ອມທັງທັດສະນະຄະຕິໄປໃຊ້ໃນວຽກງານ,ການສ້າງສັນຜົນງານ ແລະ ນຳໄປໃຊ້ໃນຊີວິດປະຈຳວັນຂອງຕົນເອງໄດ້ຢ່າງເໝາະສົມ ແລະ ມີສັກກະຍະພາບ, ນີ້ແມ່ນການສິດສອນ ແລະ ການຈັດການການຮຽນຮູ້ແບບບູລະນາການ (Integrated Management) ຂອງພາກວິຊານິເທດສາດ ວິທະຍາໄລສຸດສະກະ
……………………….
ແນະນຳ: ວິທີການຖ່າຍພາບຊັດເລິກ-ຊັດຕື້ນດ້ວຍ Aperture
*ວິດີໂອນີ້ຈັດຂຶ້ນໂດຍນັກສຶກສາ ສາຂາ:ນິເທດສາດ, ປະຈຳວິຊາ ການຖ່າຍພາບເບື້ອງຕົ້ນ.
ກຸ່ມ 3. ທ້າວ ຕ້ອມ ອິນທະລັກສາ ທ້າວ ສົມພົງ ພັນທະວົງ ທ້າວ ປາລະມີ ອາລຸນສະຫວັດ
ເຊິ່ງເປັນວິດີໂອແນະນຳການຖ່າຍພາບເບື້ອງຕົ້ນດ້ວຍຮູຮັບແສງ.
(ໃຊ້ປະກອຍການຮຽນການສອນ)
https://web.facebook.com/soutsakacollege/videos/1623420357691772/?t=276