ສາຂາການເງິນ-ການທະນາຄານ
ຫຼັກສູດຊັ້ນສູງຂອງພາກວິຊາບໍລິຫານທຸລະກິດ ແລະ ເສດຖະສາດ ພາກວິຊາ ບໍລະຫານທຸລະກິດ ແລະ ເສດຖະສາດ (FBE) ແຍກອອກເປັນ 2 ສາຂາວິຊາ: (1) ສາຂາບໍລິຫານທຸລະກິດ (Higher Diploma in Business Administration) ແລະ (2) ສາຂາການເງິນ-ການທະນະຄານ (Higher Diploma in Finance and Banking) ມີເປົ້າໝາຍ ທີ່ຈະຜະລິດ ຊັບພະຍາກອນມະນຸດ ທີ່ມີຄວາມຮູ້ ຄວາມສາມາດ ເພື່ອອອກໄປປະກອບອາຊີບຮັບໃນອົງການລັດ, ຫົວໜ່ວຍທຸລະກິດ, ອົງການສາກົນຕ່າງໆ ແລະ ເປັນຜູ້ປະກອບການ ທີ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຢ່າງມີປະສິດທິພາບສູງສຸດໂດຍຄຳນຶງເຖິງ ວິວັດທະນາການ ທາງດ້ານສັງຄົມ ເສດຖະກິດ ເທັກໂນໂລຢີ. ດັ່ງນັ້ນ, ພາກວິຊາ ບໍລິຫານທຸລະກິດ ແລະ ເສດຖະສາດ ຈຶ່ງໄດ້ອອກແບບຫຼັກສູດ ໂດຍຄຳນຶງເຖິງປັດໄຈທີ່ກ່າວມາຂ້າງເທິງນີ້ ລວມເຖິງສະພາບການເຄື່ອນໄຫວ ທຸລະກິດ ໃນຍຸກປັດຈຸບັນ ທີ່ມີການປ່ຽນແປງຢູ່ຕະຫຼອດເວລາ ເພື່ອໃຫ້ນັກສຶກສາໄດ້ມີຄວາມເຂົ້າໃຈ…