ຫຼັກສູດ ຕໍ່ເນື່ອງ ປະລິນຍາຕີນິເທດສາດ ສາຂານິເທດສາດນີ້ ຖືກອອກແບບມາເພື່ອສ້າງນັກສຶກສາໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ນັກສຶກສາຈະໄດ້ຮຽນຮູ້ ແລະນຳໃຊ້ເທັກໂນໂລຢີຂໍ້ມູນຂ່າວສານທີ່ທັນກັບຍຸກສະໄໝ. ຫຼັກສູດດັ່ງກ່າວນີ້ ສ້າງນັກສຶກສາໃຫ້ມີແນວຄວາມຄິດສ້າງສັນ ແລະ ມີຄວາມສາມາດການການຂຽນບົດ ການກຳກັບ ການບໍລິຫານວຽກ ໃນກອງຖ່າຍ ການກຳກັບດ້ານສິນລະປະ ການຖ່າຍທໍາ ການລໍາດັບພາບ ການບັນທຶກແລະອອກແບບສຽງ ຕະຫຼອດຮອດຂັ້ນຕອນການເຮັດວຽກຫຼັງການຖ່າຍທໍາ. ສໍາລັບດ້ານກະຕູນ ຫຼັກສູດເນັ້ນ ຝຶກໃຫ້ນັກສຶກສາມີຄວາມຊໍານານດ້ານ ການສ້າງພາບເຄື່ອນໄຫວ 3 ມິຕິ (Animation) ຫຼື ແອັນນິເມເຊິນ, ຄວບຄຸມການສ້າງແອັນນິເມເຊິນ ການສ້າງສຽງແລະດົນຕີສໍາລັບສື່ດິຈິຕອນ ແລະ ສ້າງສັນສື່ປະສົມ. ອ່ານເພິ່ມ