ຕອນບ່າຍຂອງວັນອັງຄານ 31 ມີນາ 2020 ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ນໍາໂດຍ ທ່ານ ນາງ ວັນຄໍາ ສຸລິຍາ ປະທານວິທະຍາໄລ ສຸດສະກະ ໄດ້ມອບປະຕູຢັບຢັ້ງເຊື້ອໂລກ (Disinfection Tunnel) ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກ ະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດ ຢ້ຽມຊົມການສາທິດການໃຊ້ງານປະຕູຢັບຢັ້ງເຊື້ອໂລກດັ່ງກ່າວ.