ແຈ້ງການ ເປີດການຮຽນການສອນຄືນ
ແຈ້ງການ ເຖິງ: ພະນັກງານ ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ຈະໄດ້ເປີດການຮຽນການສອນຕາມປົກກະຕິຄືນ ໃນວັນ ອັງຄານ ທີ່ 02/06/2020. ຂໍໃຫ້ທຸກຄົນປະຕິບັດຕາມມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19
ແຈ້ງການ ເຖິງ: ພະນັກງານ ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ຈະໄດ້ເປີດການຮຽນການສອນຕາມປົກກະຕິຄືນ ໃນວັນ ອັງຄານ ທີ່ 02/06/2020. ຂໍໃຫ້ທຸກຄົນປະຕິບັດຕາມມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19
ແຈ້ງການ ເຖິງ : ພະນັກງານ ຄູອາຈານ ແລະ ນັກສຶກສາ ວິທະຍາໄລສຸດສະກະ ຈະໄດ້ເລື່ອນມື້ເປີດການຮຽນການສອນ ຕໍ່ໄປຈົນກວ່າຈະມີແຈ້ງການຢ່າງເປັນທາງການໃໝ່ ຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ສາມາດເປີດການຮຽນການສອນໄດ້ຕາມປົກກະຕິຄືນໄດ້. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທຸກທ່ານຊາບທົ່ວເຖິງກັນ ແລະ ໃຫ້ຕິດຕາມ Website ຫຼື Facebook ຂອງວິທະຍາໄລສຸດສສະກະເປັນປະຈຳ. ຖ້າມີການປ່ຽນແປງເພີ່ມເຕີມຈະແຈ້ງໃຫ້ທຸກທ່ານຊາບພາຍຫຼັງ. ແຳ
ແຈ້ງການ ເຖິງ: ພະນັກງານ ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຊາບວ່າ: ຈະໄດ້ເລື່ອນເປີດການຮຽນ-ການສອນ ຕໍ່ໄປຈົນກວ່າ ຈະມີການແຈ້ງການເປັນທາງການໃໝ່ຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ສາມາດເປີດການຮຽນ ການສອນເປັນປົກກະຕິຄືນໄດ້. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທຸກທ່ານຊາບທົ່ວເຖິງກັນ ແລະ ໃຫ້ຕິດຕາມ Website ຫຼື Facebook ຂອງວິທະຍາໄລ ສຸດສະກະເປັນປະຈຳ, ຖ້າມີການປ່ຽນແປງເພື່ມເຕີມຈະແຈ້ງໃຫ້ຊາບພາຍຫຼັງ.
ແຈ້ງການ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຂໍແຈ້ງມາຍັງບັນດາຄູອາຈານ ແລະ ນັກສຶກສາໃຫ້ຊາບວ່າ ວິທະຍາໄລ ຈະໄດ້ເລື່ອນການເປີດໂຮງຮຽນຄືນ ເປັນວັນຈັນ ທີ 4 ພຶດສະພາ 2020 ກຳນົດໄລຍະເວລາການສອບເສັງກາງພາກ ແຕ່ວັນທີ 10 ຫາ 15 ພຶດສະພາ 2020. ດັ່ງນັ້ນ, ໃຫ້ນັກສຶກສາທຸກຄົນກຽມພ້ອມໃນການສອບເສັງດັ່ງກ່າວ. ຖ້າມີການປ່ຽນຈະແຈ້ງໃຫ້ຊາບຕາມພາຍຫລັງ
ແຈ້ງການ: ເຖິງ: ນັກສຶກສາ ວິທະຍາໄລ ສຸດສະກະ ເລື່ອງ: ໂຈະການຮຽນ-ການສອນຊົ່ວຄາວ – ອີງຕາມການແຈ້ງການດ່ວນຈາກກະຊວງສຶກສາທິການ ແລະ ກິລາ ໃນວັນທີ 18/03/2020 ເລກທີ 369 ວ່າດ້ວຍເລື່ອງການໂຈະການຮຽນ-ການສອນຊົ່ວຄາວ ຕັ້ງແຕ່ວັນທີ 19/03/2020 ຫາ 21/04/2020.
ແຈ້ງການ ເຖິງ: ຄູອາຈານ, ພະນັກງານ ແລະ ນັກສຶກສາ ທີ່ນັບຖື ແລະ ຮັກແພງທຸກທ່ານ ເລື່ອງ: ການອອກແຮງງານຕ້ອນຮັບວັນຊາດ ທີ 2 ທັນວາ ຄົບຮອບ 44ປີ. ເພື່ອເປັນການຄຳນັບຮັບຕອນວັນຊາດທີ 2 ທັນວາ ຄົບຮອບ 44 ປີ, ທາງວິທະຍາໄລ ສຸດສະກະ ຈະໄດ້ຈັດຂະບວນການອອກແຮງງານ ສາມັກຄີ ຕາມຖະຫນົນຫົນທາງ ໃນວັນທີ 30 ພະຈິກ 2019 ເວລາ 7:30 ຫາ 8:30 ທີ່ ວິທະຍາໄລ ສຸສະກະ. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອໃຫ້ຮັບຊາບ ແລະ ປະຕິບັດຕາມ.
ແຈ້ງການ ເຖິິງນັກສຶກສາ ວິທະຍາໄລສຸດສະກະທຸກຄົນ ໃນວັນພະຫັດ ວັນທີ 17/ຕຸລາ/2019, ເວລາ 13:30-15:00 ໂມງ ທາງສະຖານທູດ ສະຫະລັດອາເມລິກາ ປະຈໍາປະເທດລາວ ຈະລົງມາເຜີຍແຜ່ຂໍ້ມູນກ່ຽວກັບໂຄງການ Young Southeast Asian Leaders Initiative (YSEALI) ໃຫ້ແກ່ອະດີດນັກສຶກ ແລະ ນັກສຶກສາປະຈຸບັນສາວິທະຍາໄລ ສຸດສະກະ ໄດ້ຮັບຮູ້ກ່ຽວກັບຄວາມເປັນມາ ແລະ ຄວາມສໍາຄັນຂອງໂຄງການນີ້ ດັ່ງນັ້ນ, ທາງວິທະຍາໄລຈຶ່ງແຈ້ງມາຍັງນັກສຶກສາໃຫ້ຮັບຊາບ ແລະ ພ້ອມກັນເຂົ້າຮ່ວມງານດັ່ງກ່າວນີ້ດ້ວຍ
ເຖີງອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ເລື່ອງການພັກວັນບຸນປີໃໝ່ລາວ 2019 ຫ້ອງການບໍລິຫານ ວິທະຍາໄລ ສຸດສະກະ ຂໍແຈ້ງມາຍັງອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະໝົດທຸກຄົນຊາບວ່າ: ຈະໄດ້ພັກການຮຽນ-ການສອນ ໃນວັນທີ 13-17/4/2019 ແລະ ວັນພະຫັດ ທີ 18/4/2019 ເຂົ້າຮຽນປົກກະຕິ ດັ່ງນັ້ນ, ຈີ່ງແຈ້ງມາຍັງອາຈານ ແລະ ນັກສຶກສາໝົດທຸກຄົນຮັບຊາບ 💦ຂໍອວຍພອນໃຫ້ໂຊກດີຕະຫຼອດປີໃໝ່ນີ້ດ້ວຍເຖີນ💦
ແຈ້ງການ ເຖິງ: ນັກສຶກສາຂຽນບົດຈົບຊັ້ນປະຈຳສົກປີ 2017-2018 ທຸກຄົນ ເລື່ອງ: ແຈ້ງການສົ່ງບົດສະເໜີໂຄງການຈົບຊັ້ນ ແລະ ມື້ປ້ອງກັນບົດສະເໜີ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຂໍແຈ້ງການເຖິງນັກສຶກສາຂຽນບົດຈົບຊັ້ນ ປະຈຳສົກປີ 2017-2018 ທຸກຄົນໃຫ້ຊາບວ່າ ກຳນົດສົ່ງບົດສະເໜີໂຄງການຈົບຊັ້ນ ແມ່ນວັນທີ 05 ກຸມພາ 2018 ແລະ ມື້ປ້ອງກັນບົດສະເໜີແມ່ນຈະຈັດຂື້ນໃນລະຫວ່າງວັນທີ 14-16 ກຸມພາ 2017 ນີ້. ສ່ວນຕາຕະລາງປ້ອງກັນບົດສະເໜີແມ່ນຈະແຈ້ງໃຫ້ຊາບຕາມພາຍຫຼັງ. ກຸ່ມໃດທີ່ບໍ່ສົ່ງພາຍໃນວັນທີ່ດັ່ງກ່າວແມ່ນຖືວ່າສະຫຼະສິດການຂຽນບົດຈົບຊັ້ນປະຈຳສົກຮຽນນີ້. ກຸ່ມໃດຍັງບໍ່ທັນໄດ້ເອົາໃບຕິດຕາມເຂົ້າພົບອາຈານທີ່ປຶກສາ ໃຫ້ມາພົວພັນເອົານຳຫ້ອງການວິຊາການດ່ວນ ໂດຍໃຫ້ປະຕິບັດຕາມແຜນການຂຽນບົດຢ່າງເຄັ່ງຄັດ ແລະ ຕິດຕາມຂະບວນການກຽມຮຽນຈົບ ແລະ ຮັບໃບປະກາດນຳຫ້ອງທະບຽນຢ່າງໄກ້ຊິດ ດັ່ງນັ້ນ, ຈຶ່ງແຈ້ງການໃຫ້ທຸກຝ່າຍທີ່ກ່ຽວຂ້ອງໄດ້ຮັບຊາບ ແລະ ປະຕິບັດຕາມ.
ແຈ້ງທຶນການສຶກສາ ປະລິນຍາໂທ 1 ທຶນ ທີ່ມະຫາ ວິທະຍາໄລ ຫໍການຄ້າໄທ, ປະເທດໄທ ສົ່ງໃບສະໝັກ ແລະ ຈົດໝາຍແນະນໍາຕົວ ບໍ່ໃຫ້ວັນທີ 26/10/2017 ນີ້
ແຈ້ງການເຖິງນັກສຶກສາ ວິທະຍາໄລ ສຸດສະກະ ໝົດທຸກຄົນ ເລື່ອງ ເປີດສົກຮຽນໃໝ່ 2017-2018
ແຈ້ງການເຖິງ ອາຈານ, ນັກສຶກສາ ແລະ ພະນັກງານ ວິທະຍາໄລສຸດສະກະ ໝົດທຸກຄົນ ເລື່ອງ ການພັກຮຽນວັນທີ 8 ມີນາ (ວັນແມ່ຍິງສາກົນ)
ເຖິງ:ນັກສຶກສາວິທະຍາໄລ ສຸດສະກະທຸກຄົນ ເລື່ອງ: ການເຂົ້າຮຽນ ເທີມ 2, ສົກຮຽນ 2016-2017 tice