ນັກສຶກສາ ວິທະຍາໄລ ສຸດສະກະ ໄດ້ຮັບຟັງການບັນຍາຍ ຈາກອາຈານ ລີປ່າ ເອ້ຍ
ເລີ່ມຕົ້ນປີໃຫມ່ ປີ 2020 ນັກສຶກສາ ວິທະຍາໄລ ສຸດສະກະ ໄດ້ຮັບຟັງການບັນຍາຍເພື່ອເປັນຂໍ້ຄິດໃນການຮຽນ ແລະ ພັດທະນາຕົນເອງ ຈາກອາຈານ ລີປ່າ ເອ້ຍ ເຊິ່ງເປັນອາຈານສອນ ເລື່ອງການພັດທະນາຕົນເອງ.
ນັກສຶກສາ ວິທະຍາໄລ ສຸດສະກະ ຮ່ວມກັບເດັກນ້ອຍ ໂຮງຮຽນ ສຶກສາພິເສດ
ວັນທີ 24 ທັນວາ 2019 ນັກສຶກສາ ວິທະຍາໄລ ສຸດສະກະ ໄດ້ພາກັນໄປລ້ຽງເຂົ້າ ແລະ ເຮັດກິດຈະກຳຮ່ວມກັບເດັກນ້ອຍ ໂຮງຮຽນ ສຶກສາພິເສດ (ພິການຫູ ແລະ ພິການຕາ)
ການເຄືອນໄຫວກິດຈະກຳໂຄງການ”ອ້າຍເອື້ອຍສອນນ້ອງຖ່າຍພາບ” ຄັ້ງທີ 3 ທີ່ໂຮງຮຽນ ມສ. ສາທິດ
ນັກສຶກສາພາກວິຊານິເທດສາດ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ໄດ້ລົງເຄືອນໄຫວ່ກິດຈະກຳໂຄງການ”ອ້າຍເອື້ອຍສອນນ້ອງຖ່າຍພາບ” ຄັ້ງທີ 3 ທີ່ໂຮງຮຽນ ມສ. ສາທິດ ວັນທີ 21 ພະຈິກ 2019.
ວິທະຍາໄລ ສຸດສະກະ ໄດ້ມອບເຄື່ອງບໍລິຈາກຊ່ວຍເຫຼືອໂຮງຮຽນ
ຄະນະຄູອາຈານ ແລະ ອາດິດ ນັກສຶກສາ ໄດ້ໄປມອບເຄື່ອງບໍລິຈາກຊ່ວຍເຫຼືອໃຫ້ໂຮງຮຽນ ອະນຸບານ-ປະຖົມ-ມັດທະຍົມ ບ້ານຊຽງແລທ່າ ເມືອງປາກງື່ມ. #ຂອບໃຈນໍ້າໃຈທຸກທ່ານທີ່ຊ່ວຍກັນຄົນລະເລັກນ້ອຍ 12/11/2019
ຮ່ວມຊ່ວຍບໍລິຈາກ ໃຫ້ ໂຮງຮຽນ ອະນຸບານ-ປະຖົມ-ມັດຖະຍົມ ບ້ານຊຽງແລທ່າ ເມືອງປາກງື່ມ
ເຄື່ອງອຸປະກອນການຮຽນທີ່ໄດ້ຮັບບໍລິຈາກ ມາຈາກຄູອາຈານ ນັກສຶກສາ ແລະ ບັນດາທ່ານທີ່ໃຈບຸນຮ່ວມຊ່ວຍບໍລິຈາກ ໃຫ້ ໂຮງຮຽນ ອະນຸບານ-ປະຖົມ-ມັດຖະຍົມ ບ້ານຊຽງແລທ່າ ເມືອງປາກງື່ມ ຈະອອກເດີນທາງໃນວັນທີ 12ພະຈິກ 2019 ທີ່ຈະມາຮອດນີ້. #ຖ້າໃຜຈະຊ່ວຍບໍລິຈາກເພີ່ມສາມາດຕິດຕໍ່ໄດ້ #ໂທສອບຖາມ 021 900337-8
ຄູອາຈານ ແລະ ນັກສຶກສາ ທີ່ຮ່ວມກັນບໍລິຈາກເຄື່ອງຂອງອຸປະກອນການຮຽນໃຫ້ນ້ອງໆ
ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ຮ່ວມບໍລິຈາກຊ່ວຍເຫຼືອຊື້ອຸປະກອນການຮຽນໃຫ້ນ້ອງໆ ໂຮງຮຽນ ອະນຸບານ-ປະຖົມ-ມັດທະຍົມສົມບູນ ບ້ານຊຽງແລທ່າ ເມືອງປາກງື່ມ. ຊ່ວຍກັນຄົນລະເລັກນ້ອຍ ຂອບໃຈນໍ້າໃຈຂອງພວກເຈົ້າ
ຮູບພາບບັນຍາກາດຫຼັງຈາກຫຼິ້ນກິດຈະກຳຕອນເຊົ້າແລ້ວ. ມື້ທີ2
ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອບໍລິຫານ ແລະ ເທັກໂນໂລຢີ ໄດ້ຫຼີ້ນກິດຈະກຳພາຍເຮືອຄາຍັກ 8 ກິໂລ ທີ່ ເມືອງ ວັງວຽງ. #ທັດສະນະສຶກສາ #Day2
ຮູບພາບບັນຍາກາດການຫຼິ້ນກິດຈະກຳໃນຕອນເຊົ້າ. ມື້ທີ2
ລວມຮູບພາບບັນຍາກາດໃນຕອນເຊົ້າທີ່ ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ໄດ້ຫຼີ້ນກິດຈະກຳຮ່ວມກັນທົ່ວຕົວເມືອງ ວັງວຽງ. #ທັດສະນະສຶກສາ #Day2 #Day2
ທັດສະນະສຶກສາທີ່ວັງວຽງ ມື້ທີ1
ຮູບພາບບັນຍາກາດໃນຂະນະທີ່ກຳລັງເດີນທາງໄປ ເມືອງ ວັງວຽງ ໃນວັນທີ 18-21/10/2019
ກອງປະຊຸມວຽກງານວິທະຍາສາດ ແລະ ເທັກໂນໂລຢີທົ່ວປະເທດ ຄັ້ງທີ 3 ທີ່ຫໍປະຊຸມແຫ່ງຊາດ ປະຈໍາປີ 2019.
ຂອບໃຈນ້ອງໆນັກຮຽນນັກສຶກສາ ແລະ ບັນດາທ່ານທີ່ສົນໃຈມາແວະຊົມຫ້ອງວ່າສະແດງເທັກໂນໂລຢີຫຸ່ນຍົນຂອງວິທະຍາໄລ ສຸດສະກະເພື່ອການບໍລິຫານ ແລະ ເທັກໂນໂລຢີ ທີ່ສະແດງໃນງານ ກອງປະຊຸມວຽກງານວິທະຍາສາດ ແລະ ເທັກໂນໂລຢີທົ່ວປະເທດ ຄັ້ງທີ 3 ທີ່ຫໍປະຊຸມແຫ່ງຊາດ ປະຈໍາປີ 2019.
ມະຫາວິທະຍາໄລ ມໍທັກສິນ ປະເທດໄທ ໄດ້ເຂົ້າມາ ຮ່ວມແລກປ່ຽນ
ວັນທີ 2 ເມສາ 2019 ມະຫາວິທະຍາໄລ ມໍທັກສິນ ປະເທດໄທ ໄດ້ເຂົ້າມາ ຮ່ວມແລກປ່ຽນ ສ້າງກິດຈະກຳຮ່ວມກັນກັບນັກສຶກສາ ວິທະຍາໄລ ສຸດສະກະ .
ການຮ່ວມມືລະຫວ່າງສອງ ວິທະຍາໄລ ທີ່ຊ່ວຍກັນສ້າງຫ້ອງສະຫມຸດໃຫ້ກັບ ໂຮງຮຽນ ປະຖົມສົມບູນໂພນແກ້ວ
ຜ່ານຜົ້ນໄປດ້ວຍດີກັບການຮ່ວມມື້ລະຫວ່າງສອງ ວິທະຍາໄລ ທີ່ຊ່ວຍກັນສ້າງຫ້ອງສະຫມຸດໃຫ້ກັບ ໂຮງຮຽນ ປະຖົມສົມບູນໂພນແກ້ວ ເມືອງໂທລະຄົມ ແຂວງວຽງຈັນ ຕັ້ງແຕ່ວັນທີ 16 ຫາ 27ເດືອນ ມິນາ 2019 #ນັກສຶກສາ ວິທະຍາໄລ ສຸດສະກະ #ນັກສຶກສາ ວິທະຍາໄລ ITE College #ຄວາມສາໝັກຄີ ຄືພະລັງແຫ່ງຄວາມສຳເລັດ
ກິດຈະກຳມື້ສຸດທ້າຍຂອງການສ້າງຫ້ອງສະຫມຸດໃຫ້ນ້ອງໆ
ກິດຈະກຳມື້ສຸດທ້າຍຂອງການສ້າງຫ້ອງສະຫມຸດໃຫ້ນ້ອງໆ ,ເຕັມໄປດ້ວຍບັນຍາກາດທີ່ມ່ວນຊື່ນ😁 # ນັກສຶກສາ ສຸດສະກະ #ນັກສຶກສາ ປະເທດສິງກະໂປ 25/3/2019
ກິດຈະກຳສ້າງຫ້ອງສະຫມຸດ ໃຫ້ກັບນ້ອງໆ
ມື້ນີ້ຈະເປັນງານຫນັກຫນ່ອຍຫນຶ່ງ ປະສົມປູນ ແລະ ເທພື້ນ ໃກ້ຈະແລ້ວໆ #ນັກສຶກສາສຸດສະກະ #22/3/2019 #ວິທະຍາໄລ ສຸດສະກະ #ວິທະຍາໄລ ຈາກສິງກະໂປ
ສືບຕໍ່ ເຮັດກິດຈະກຳກັບນ້ອງໆ ໂດຍສອນພາສາອັງກິດ ແລະ ສອນນ້ອງໆທາສີຮູບພາບ,ຮ້ອງເພງ,ຟ້ອນ,ແລະກິດຈະກຳອື່ນໆ
ມື້ນີ້ສືບຕໍ່ ເຮັດກິດຈະກຳກັບນ້ອງໆ ໂດຍສອນພາສາອັງກິດ ແລະ ສອນນ້ອງໆທາສີຮູບພາບ,ຮ້ອງເພງ,ຟ້ອນ,ແລະກິດຈະກຳອື່ນໆ ສ່ວນຕອນສ່ວຍກໍ່ພາກັນທາສີຫ້ອງສະຫມຸດໃຫ້ນ້ອງ,ອ້າຍເອື້ອຍພາກັນແຈກປື້ມຂຽນແລະສໍສີ ໃຫ້ກັບນ້ອງໆເຂົ້າໃນການຮຽນ😁📖 #ກິດຈະກຳດີໆແບບນີ້ພວກເຮົາອາສາ #ນັກສຶກສາ ສຸດສະກະ #ນັກສຶກສາ ສິງກະໂປ #18/3/2019
ກິດຈະກຳ ຂອງ ນັກສຶກສາ ວິທະຍາໄລ ສຸດສະກະ ແລະ ວິທະຍາໄລ Institution Technical Education College East
ນັກສຶກສາ ວິທະຍາໄລ ສຸດສະກະ ແລະ ວິທະຍາໄລ Institution Technical Education College East (ITE College East) ໄດ້ພາກັນໄປສ້າງ ຫ້ອງສະຫມຸດໃຫ້ ໂຮງຮຽນປະຖົມ ສົມບູນໂພນແກ້ວ ເມືອງໂທລະຄົມ ແຂວງວຽງຈັນ ເພື່ອໃຫ້ນ້ອງໆມີຫ້ອງອ່ານຫນັງສື😁📚📖 #16/3/2019 #ພວກເຮົາຈະຢູ່ນຳກັນ7ມື້ຕິດຕາມຕໍ່ໄປກັບຫ້ອງສະຫມຸດນ້ອງໆ
ຊົມເຊີຍ ວັນແມ່ຍິງສາກົນ ຄົບຮອບ109ປີ 🎊
ຊົມເຊີຍ ວັນແມ່ຍິງສາກົນ ຄົບຮອບ109ປີ 🎊 ຄູອາຈານ ແລະ ພະນັກງານ ວິທະຍາໄລ ສຸດສະກະ ໄດ້ສາຫມັກຄີກັນເຕະບານ ກັບ ບໍລິສັດ ໂຟຕອນລາວ🥅⚽️#ກິລາຄືຢາວິເສດ
ພິທີເປີດຂະບວນການແຂ່ງຂັນກິລາ ເປຕັງ ຕອນຮັບ ວັນແມ່ຍິງສາກົນ 3 ມີນາ ຄົບຮອບ 109 ປີ
ຄູອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ໄດ້ເຂົ້າຮ່ວມ ພິທີເປີດຂະບວນການແຂ່ງຂັນກິລາ ເປຕັງ ຕອນຮັບ ວັນແມ່ຍິງສາກົນ 3 ມີນາ ຄົບຮອບ 109 ປີ, ຄັ້ງວັນທີ 2/3/2019 ສະຖານທີ່ເດີນ ສະຫະພັນ ເປຕັງແຫ່ງຊາດ ໂດຍສາຍວິທະຍາໄລ ແລະ ສູນເຝຶກອົບຮົບ ນະຄອນຫຼວງວຽງຈັນ (ສະມາຄົມການສຶກສາພາກເອກະຊົນ)
ຄູອາຈານ ແລະ ນັກສຶກສາອອກເດີນທາງໄປເຮັດກິດຈະກຳ ທີ່ Sarawak, Malaysia
ຄະນະອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ເດີນໄປເຮັດກິດຈະກຳ International Intercultural Expedition Camp 2019 ທີ່ Sarawak, Malaysia ວັນທີ 7-14/2/2019 #ເດີນທາງປອດໄພ.. #ເກັບກ່ຽວປະສົບ
ກິດຈະກຳທັດສະນະສຶກສາ ທີ່ຈຸລາລົງກອນມະຫາວິທະຍາໄລ ບາງກອກ, ປະເທດໄທ
ນັກສຶກສາພາກວິຊານິເທດສາດ, ວິທະຍາໄລສຸດສະກະ ອອກເຄື່ອນໄຫວກິດຈະກຳທັດສະນະສຶກສາ ທີ່ຈຸລາລົງກອນມະຫາວິທະຍາໄລ ບາງກອກ, ປະເທດໄທ ໃນວັນທີ 31 ມັງກອນ 2019.
ກິດຈະກຳທັດສະນະສຶກສາທີ່ສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3 ແລະ ຄະນະວິທະຍາສາດ ແລະ ເທັກໂນໂລຢີ
ຄະນະອາຈານ ແລະ ນັກສຶກສາພາກວິຊານິເທດສາດ ວິທະຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ອອກເຄື່ອນໄຫວກິດຈະກຳທັດສະນະສຶກສາທີ່ສະຖານີວິທະຍຸໂທລະພາບໄທທີວີສີຊ່ອງ 3 ແລະ ຄະນະວິທະຍາສາດ ແລະ ເທັກໂນໂລຢີ (ສາຂາເທັກໂນໂລຢີໂທລະພາບ ແລະ ວິທະຍຸກະຈາຍສຽງ ມະຫາວິທະຍາໄລເທັກໂນໂລຢີຣາດຊະມົງຄົນ ກຸງເທບ ທີ່ ບາງກອກ ປະເທດໄທ ວັນທີ 30 ມັງກອນ 2019.
ກຽມພ້ອມງານລ້ຽງຄົບຮອບວິທະຍາໄລ ສຸດສະກະ 15 ປີ ໃນວັນພະຫັດ ທີ 27 ທັນວາ 2018
✳️ເຊີນນັກສຶກສາ ວິທະຍາໄລ ສຸດສະກະ ເຂົ້າຮ່ວມງານ ມີຂອງລາງວັນລໍຖ້າທ່ານມາເປັນເຈົ້າຂອງຫລາຍຢ່າງມີທັງ: 1. ຄອມພິວເຕີໂນດບຸກ 2. ໂທລະພາບສີ 32ນີ້ວ 3. ທືນການສຶກສາຮຽນ… ແລະລາງວັນອື່ນໆອີກຫລາຍຢ່າງ ຮີບມາຈັບຈອງປີ້ເຂົ້າງານເດີ້..😉😉😉
ກິດຈະກຳທັດສະນະສຶກສາທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ
ນັກສຶກສາ ແລະ ຄະນະອາຈານ ສາຂານິເທດສາດ ວິທະຍາໄລສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ລົງເຄື່ອນໄຫວກິດຈະກຳທັດສະນະສຶກສາທີ່ວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນພຸດ ທີ 12 ເດືອນ ທັນວາ 2018 ຈຸດປະສົງແມ່ນເພື່ອໃຫ້ນັກສຶກສາໄດ້ສຶກສາຂະບວນການອອກອາກາດ, ຂະບວນການຜະລິດລາຍການວິທະຍຸກະຈາຍສຽງ ແລະ ການເປັນຜູ້ປະກາດຂ່າວທາງວິທະຍຸກະຈາຍສຽງ ເພື່ອນຳໄປຕໍ່ຍອດ ແລະ ປະຕິບັດໃຫ້ເກີດປະໂຫຍດໃນວຽກງານຂອງຕົນ.
ທັດສະນະສຶກສາແລກປ່ຽນການຮຽນການສອນທີ່ ບາງກອກ ປະເທດໄທ
ຄະນະອາຈານ ຈາກວິທະຍາໄລ ຕ່າງໆ ທັດສະນະສຶກສາແລກປ່ຽນການຮຽນການສອນທີ່ ບາງກອກ ປະເທດໄທ ຄັ້ງວັນທີ 6-9/8/2018.. ວິທະຍາໄລ ສຸດສະກະກໍ່ມີສ່ວນຮ່ວມໃນກິດຈະກຳຄັ້ງນີ້..
ກິດຈະກຳ ຈິດອາສາໃນໂຄງການ “ອ້າຍ-ເອື້ອຍສອນນ້ອງຖ່າຍພາບ ຄັ້ງທີ່ 1” ທີ່ ໂຮງຮຽນ ມສ ເຈົ້າອານຸວົງ
ຄະນະອາຈານ ແລະນັກສຶກ ສາຂານິເທດສາດ ວິທະຍາໄລສຸດສະກະ ລົງເຄື່ອນໄຫວເຮັດກິດຈະກຳ ຈິດອາສາໃນໂຄງການ “ອ້າຍ-ເອື້ອຍສອນນ້ອງຖ່າຍພາບ ຄັ້ງທີ່ 1” ທີ່ ໂຮງຮຽນ ມສ ເຈົ້າອານຸວົງ ວັນທີ 23 ມີນາ 2018
ການເດີນທາງໄປເຂົ້າຮ່ວມກິດຈະກຳ Intercultural Expedition Camp ທີ່ມະຫາວິທະຍາໄລທັກສິນ
ຄະນະອາຈານແລະ ນັກສຶກສາເດີນທາງໄປເຂົ້າຮ່ວມກິດຈະກຳ Intercultural Expedition Camp ທີ່ມະຫາວິທະຍາໄລທັກສິນ, ປະເທດໄທ ໃນລະຫວ່າງວັນທີ 7-14/2/2018 ເດີນທາງປອດໄພເດີ້ ຫມົດທຸດຄົນ… 😉😉
ກິດຈະກຳອ້າຍເອື້ອຍສອນນ້ອງຖ່າຍພາບເບື້ອງຕົ້ນ ທີ່ ມສ ເມືອງນານ
ກິດຈະກຳອ້າຍເອື້ອຍສອນນ້ອງຖ່າຍພາບເບື້ອງຕົ້ນ ທີ່ ມສ ເມືອງນານ ໃນຕອນເຊົ້າ ໄດ້ຮັບການຕ້ອນຮັບເປັນດີແລະອົບອຸ່ນຈາກ ນັກສຶກສາ ແລະ ອາຈານ (ທີ່ເມືອງນານ ອາກາດຫນາວທີ່ສຸດ ກນາວກະດູກເລີຍ)
ກິດຈະກຳຈິດອາສາ ອ້າຍ-ເອື້ອຍສອນນ້ອງຄັ້ງທີ່ 1 ທີ່ໂຮງຮຽນ ມັດທະຍົມສົມບູນສາທິດ
ນັກສຶກສາຂານິເທກສາດ ລົງເຮັດກິດຈະກຳຈິດອາສາ ອ້າຍ-ເອື້ອຍສອນນ້ອງຄັ້ງທີ່ 1 ທີ່ໂຮງຮຽນ ມັດທະຍົມສົມບູນສາທິດ ໃນວັນທີ 11 ເດືອນມັງກອນ 2018 ຂໍຂອບໃຈ ໂຮງຮຽນ ມັດທະຍົມສົມບູນສາທິດ ທີ່ເປີດໂອກາດໃຫ້ນັກສຶກສານິເທດສາດໄດ້ລົງເຮັດກິດຈະກຳໃນຄັ້ງນີ້
ກິດຈະກຳ “ອ້າຍເອື້ອຍສອນນ້ອງໃຊ້ກ້ອງຖ່າຍພາບພື້ນຖານ ຄັ້ງທີ່ 1”
ອາຈານແລະ ນັກສຶກສາ ວິທະຍາໄລ ສຸດສະກະ ສາຂານິເທດສາດ ໄດ້ລົງເຮັດກິດຈະກຳກັບນ້ອງນັກຮຽນທີ່ ມສ ວຽງຈັນ ໃນຫົວຂໍ້ “ອ້າຍເອື້ອຍສອນນ້ອງໃຊ້ກ້ອງຖ່າຍພາບພື້ນຖານ ຄັ້ງທີ່ 1” ວັນທີ 8 ທັນວາ 2017.
ຍິນດີຕ້ອນຮັບຄະນະອາຈານ ແລະ ນັກສຶກສາ ຫໍການຄ້າໄທ
ມິດຕະພາບຮອຍຍີ້ມ ຍັງມີສະເໝີມາ ຍິນດີຕ້ອນຮັບ ຄະນະອາຈານ ແລະ ນັກສຶກສາ… Welcome the Delegation and Students from the University of the Thai Chamber of Commerce on 26th October 2017
ມື້ທີ່ 2 ຂອງການໄປທັດສະນະສຶກສາ ທີ່ສົງຂາ, ປະເທດ ໄທ
ມື້ທີ່ 2 ຂອງການທັດສະນະສົງຂາ ມ່ວນ ເມື່ອຍ ເມົາເຮືອ ມື້ອື່ນຊິໄປໄສ່ຕໍ່ຖ້າຕິດຕາມເດີ SCMT
ນັກສຶກສາ ວິທະຍາໄລ ສຸດສະກະ ເດີນທາງມາທັດສະນະທີ່ ມະຫາວິທະຍາໄລ ທັກສິນ ສົງຂາ ປະເທດໄທ
ວັນທີ 6-10 ກັນຍາ 2017 ນັກສຶກສາ ວິທະຍາໄລ ສຸດສະກະ ເດີນທາງມາທັດສະນະທີ່ ມະຫາວິທະຍາໄລ ທັກສິນ ສົງຂາ ປະເທດໄທ ຂອບໃຈທີ່ພາກັນມາຕອນຮັບຢ່າງອົບອຸ່ນ ແລະ ມິດຕະພາບໃຫ້ກັນມາຕະຫຼອດ
ກີດຈະກຳລ້ຽງເຂົ້າຫນົມເດັກນ້ອຍພິການຕາທົ່ງປົ່ງ
ນັກສືກສາ ວິທະຍາໄລ ສຸດສະກະ ແລະ ມະຫາວິທະຍາໄລ ຫໍການຄ້າໄທ ໄດ້ພາກັນໄປເຮັດກີດຈະກຳລ້ຽງເຂົ້າຫນົມເດັກນ້ອຍພິການຕາທົ່ງປົ່ງ #ຄວາມສຸກຫາໄດ້ຖ້າໃຈຕ້ອງການ
ງານຕະຫຼາດນັດນັກສຶກສາ 2017 ທີ ວິທະຍາໄລ ສຸດສະກະ
ເລີ້ມລະເດີ ງານຕະຫຼາດນັດນັກສຶກສາ 2017 ທີ ວິທະຍາໄລ ສຸດສະກະ ຂໍເຊີນບັນດາທ່ານເຂົ້າມາຮ່ວມງານໄດ້ເດີ ຮັບຮອງວ່າມ່ວນ ມີການສະແດງ ການຮ້ອງເພງ ການເດີນແບບ ແລະ ມີການແຈກຂອງລາງວັນຫຼາກຫຼາຍຢ່າງ😉 #ງານເປີດ9:00 #ງານປິດ16:00
ປະມວນຮູບພາບ ນັກສຶກສາ ມະຫາວິທະຍາໄລ ມໍທັກສິນ ແລະ ວິທະຍາໄລ ສຸດສະກະ
ຮຽນແລ້ວຮຽນອີກ ຮຽນເລື່ອຍໆໄປ ຍັງສາມາດໃຊ້ໄດ້ກັບທຸກຄົນ ເພາະການຮຽນບໍ່ມີວັນສິ້ນສຸດ ຄືກັບ ນັກສຶກສາ ມະຫາວິທະຍາໄລ ມໍທັກສິນ ແລະ ວິທະຍາໄລ ສຸດສະກະ ທີ່ຕ້ອງຮຽນຮູ້ມິດຕະພາບ ເປັນແບບໃດ ແລະ ຄວາມສາມັກຄີ ທີ່ແທ້ຈິ່ງນັ້ນໄດ້ມາຈາກໄສ . ພາບເຫຼົ່ານີ້ສອນໃຫ້ນັກສຶກສາຮູ້ຈັກກັນຫຼາຍຂຶ້ນ ໄດ້ໃຊ້ຊີວິດຮ່ວມກັນເປັນເວລາ 5 ມື້ 5 ມື້ ແຫ່ງຄວາມດີໃຈ 5 ມື້ແຫ່ງຄວາມສຸກ 5 ມື້ແຫ່ງຄວາມຮັກ 5 ມື້ແຫ່ງມິດຕະພາບ
ກິດຈະກຳຖ່າຍທຳຂອງພາກວິຊານິເທດສາດ ຂອງວິທະຍາໄລສູດສະກະ
ຂໍຊົມເຊີຍອີກເທື່ອໜຶ່ງສຳລັບທຸກຄົນທີ່ມາເຮັດກິດຈະກຳຖ່າຍທຳຂອງພາກວິຊານິເທດສາດ ຂອງວິທະຍາໄລສູດສະກະ. ນັກສຶກສານິເທດສາດ Make up & costume ກ່າເກັ່ງຢູ່ເນາະ (ເບື້ອງຫຼັງການຖ່າຍທຳ)
ກິດຈະກຳ ການເຂົ້າຮ່ວມ International Camp
ມື້ສຸດທ້າຍຂອງການເຂົ້າຮ່ວມ International Camp ໄດ້ເກັບກ່ຽວປະສົບການດີໆ ພ້ອມການແລກປ່ຽນວັດທະນະທໍາ ໃນການຮ່ວມຊີວິດກັບເພື່ອນຕ່າງປະເທດ.
ນັກສຶກສາ ວິທະຍາໄລ ສຸດສະກະ ເຂົ້າຮ່ວມ International Camp ທີ່ຈັ່ງຫວັດຕຣັງ, ປະເທດໄທ
ອາຈານ ແລະ ນັກສຶກສາ ວິທະຍາໄລ ສຸດສະກະ ເຂົ້າຮ່ວມ International Camp ທີ່ຈັ່ງຫວັດຕຣັງ, ປະເທດໄທ ລະຫວ່າງວັນທີ 27-30/01/2017 ເຂິ່ງມີ ນັກສຶກສາ ລາວ, ໄທ , ອິນໂດເນເຊຍ, ສະເປນ, ຝລັ່ງ, ອິນເດຍ ແລະ ຟິລິບປິ່ນເຂົ້າຮ່ວມນໍາກັນ. ເຊົ້າມື້ນີ້ ວັນທີ 27 ເລີ່ມຕົ້ນກິດຈະກໍາດ້ວຍການຮຽນຮູ້ ວິຖີຊີວິດແບບພື້ນເມືອງ, ຮຽນຮູ້ຈັກການເຮັດເຄື່ອງປັ້ນດິນເຜົາ, ເຮັດເຂົ້າຫນົມພື້ນບ້ານ ແລະ ເຮັດຢາສະຜົມຈາກສະຫມຸນໄພ.
ຮູບພາບກິດຈະກຳ ຂອງນ້ອງນັກສຶກສາອາສາສະຫມັກຈາກວິທະຍາໄລ ສຸດສະກະ ຮ່ວມກັບນັກສຶກສາຈາກປະເທດສິງກະໂປ.
ອີກຫນຶ່ງມື້ ຂອງນ້ອງນັກສຶກສາອາສາສະຫມັກຈາກວິທະຍາໄລ ສຸດສະກະ ເຮັດສິ່ງດີດີໃຫ້ນ້ອງນ້ອຍນັກຮຽນປະຖົມ ຮ່ວມກັບນັກສຶກສາຈາກປະເທດສິງກະໂປ. ຂອບໃຈນໍ້າໃຈທຸກຄົນທີ່ສະຫລະເຫື່ອແຮງ ເວລາ ເພື່ອນ້ອງນ້ອຍ.