ປະຕິທິນຮັບນັກສຶກສາ
ໂດຍທົ່ວໄປ ວິທະຍາໄລ ສຸດສະກະ ເພື່ອການບໍລິຫານ ແລະ ເທັກໂນໂລຢີ ຈະເປີດຮັບສະໝັກນັກສຶກສາໃໝ່ 3 ພາກຕໍ່ໜຶ່ງສົກຮຽນຄື: ພາກເຊົ້າ, ພາກບ່າຍ ແລະ ພາກຄໍ່າ. ວິທະຍາໄລເຮົາມີ 2 ພາກຮຽນຕໍ່ປີ. ເນື່ອງຈາກວ່າ ວິທະຍາໄລເຮົາ ຈັດການຮຽນການສອນໃນຮູບແບບບໍ່ເຕັມເວລາ. ສະນັ້ນ, ທາງວິທະຍາໄລຈຶ່ງຈັດພາກຮຽນເພີ່ມແກ່ນັກສຶກສາ ເພື່ອຮຽນໃນຊ່ວງໄລຍະເວລາພັກຮ້ອນ ພາຍຫຼັງສິ້ນສຸດການຮຽນ ໃນສົກຮຽນທີ 2.
ປະຕິທິນຮັບນັກສຶກສາໃໝ່ມີດັ່ງລຸ່ມນີ້:
ເປີດຮັບສະໝັກເອົານັກສຶກສາໃໝ່ | ເລີ່ມ ເດືອນກໍລະກົດ ຈົນເຖິງ ທ້າຍເດືອນກັນຍາ. |
ຈັດ “ວັນໃຫ້ຂໍ້ມູນແກ່ນັກສຶກສາ” | ເລີ່ມ ເດືອນສິງຫາ ຈົນເຖິງ ທ້າຍເດືອນກັນຍາ. |
ສອບເສັງທຽບວັດລະດັບພາສາອັງກິດ ແລະ ເລກທົ່ວໄປຂອງຜູ້ສະໝັກ | ທ້າຍເດືອນກັນຍາ. |
ປະກາດຜົນການສອບເສັງ | ອາທິດທຳອິດຂອງ ເດືອນຕຸລາ. |
ເລີ່ມເຂົ້າຮຽນ | ອາທິດ 2 ຂອງ ເດືອນຕຸລາ. |